|
 |
(GMT+08:00)
2006-05-16 16:36:42
|
 |
ຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳເປັນຈຸດຮຸ່ງໃໝ່ໃນການພັດທະນາເສດຖະກິດຈີນ
cri
Author: huachunmei
ກໍເຊັ່ນດຽວກັນກັບປັກກິ່ງ, ໃນບໍ່ເທົ່າໃດປີມານີ້, ຢູ່ຊຽງໄຮ ຕົວເມືອງແຄມທະເລພາກຕາເວັນອອກຂອງຈີນ, ຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳກໍໄດ້ມີການພັດທະນາຢ່າງວ່ອງໄວ. ຕາມສະຖິຕິ, ມູນຄ່າຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳເມືອງຊຽງໄຮໃນປັດຈຸບັນໄດ່ຍອດ GDP ຂອງເມືອງຊຽງໄຮ 7,5% ແລ້ວ. ຕາມແຜນການພາຍໃນເວັບຈະສ້າງເມືອງຊຽງໄຮເປັນໜຶ່ງໃນບັນດາສູນຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳທີ່ມີອິດທິພົນໃນອາຊີ.
ຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳມີຈຸດພິເສດມູນຄ່າເພີມສູງອະນຸລັກສິ່ງແວດລ້ອມເປັນຕົ້ນ. ປັດຈຸບັນ, ຢູ່ແຫ່ງຕ່າງໆຂອງຈີນລ້ວນແຕ່ຖືເອົາຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳເປັນມາດຕະການສຳຄັນອັນໜຶ່ງທີ່ບັນລຸການຫັນປ່ຽນອົງປະກອບເສດຖະກິດ, ອອກແຮງບູລະນະລະບົບກົດໝາຍຜະລິດຕະກຳປະດິດຄິດສ້າງ, ຄົ້ນຄວ້າແລະວາງນະໂຍບາຍທີ່ສະໜັບສະໜູນການພັດທະນາຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳໃນດ້ານຕ່າງໆ ຄື, ການຄຸ້ມຄອງສິດຊັບສິນທາງປັນຍາ ການເງິນສ່ວນສາອາກອນ ການລະດົມທຶນສະໜັບສະໜູນທາງເງິນທຶນຊັບພະຍາກອນມະນຸດເປັນຕົ້ນ. ທ່ານ ກິມຢວນພູ ສາດສະດາຈານມະຫາວິທະຍາໄລປະຊາຊົນຈີນເຫັນວ່າ, ປັດຈຸບັນນີ້, ຢູ່ຈີນມີສະພາບເສດຖະກິດພັດທະນາບໍ່ສະຫມ່ຳສະເໝີກັນ, ຊຸກຍູ້ການພັດທະນາຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳແມ່ນທິດດີງາມທິດໜຶ່ງຂອງເຂດເສດຖະກິດພັດທະນາຂອງຈີນໃນການສັບຊ້ອນອົງປະກອບເສດຖະກິດແລະເຮັດໃຫ້ຜະລິດຕະກຳເລື່ອນຂັ້ນ. ພ້ອມກັນນັ້ນ, ທ່ານຍັງເວົ້າວ່າ, ດຽວນີ້, ຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳຈີນຍັງຢູ່ໃນໄລຍະພັດທະນາຂັ້ນຕົ້ນ, ໃນເວລາຊຸກຍ້ການູພັດທະນາຜະລິດຕະກຳນີ້, ຕ້ອງພະຍາຍາມເຜີຍແຜວັດທະນະທຳທີ່ມີເອກະລັກຢູ່ທ້ອງຖິ່ນຕ່າງໆຂອງຈີນໄປເຖິງແຫ່ງຕ່າງໆໃນໂລກດ້ວຍຜະລິດຕະພັນປະດິດຄິດສ້າງທີ່ຕ່າງກັນ.
ທ່ານເວົ້າວ່າ, " ຜະລິດຕະກຳຂອງປະດິດຄິດສ້າງດ້ານວັດທະນະທຳຂອງຈີນຕ້ອງເລືອກເອົາເປົ້າແບບການພັດທະນາອັນເໝາະສົມຂອງຕົນ, ພວກຂ້າພະເຈົ້າຈະເຜີຍແຜ່ຜະລິດຕະພັນຊັ້ນຍອດຢ້ຽມຂອງຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳໄປຕ່າງປະເທດ."
ທ່ານກິມຢວນພູເວົ້າວ່າ, ການພັດທະນາຜະລິດຕະພັນປະດິດຄິດສ້າງດ້ານວັດທະນະທຳມີຜົນດີຕໍ່ການຫັນຈີນທີ່ປະເທດໃຫຍ່ອຸດສະຫາກຳການປຸງແຕ່ງ ເຊິ່ງຕົ້ນຕໍ່ແມ່ນຜະລິດຕະກຳແຮງງາມສຸມແລະມູນຄ່າເພີ່ມຕ່ຳໃນປັດຈຸບັນເປັນປະເທດໃຫຍ່ທີ່ຕົ້ນຕໍ່ແມ່ນຜະລິດຕະກຳປັນຍາສູມແລະມູນຄ່າເພີ່ມສູງ. ເມື່ອເບິ່ງຈາກສະພາບປັດຈຸບັນ, ຕະຫຼາດປະດິດຄິດສ້າງດ້ານວັດທະນະທຳຈີນໄດ້ພັດທະນາວ່ອງໄວຢູ່, ແຕ່ວ່າ ຕະຫຼາດຍັງບໍ່ສຸກງອມເທື່ອ, ຄວາມຕ້ອງການຍັງເໜັງຕິງຢູ່, ຜະລິດຕະກຳປະດິດຄິດສ້າງດ້ານວັດທະນະທຳເປັນຜະລິດຕະກຳທີ່ມີຄວາມສຽງສູງທັງມີອະນາຄົດພັດທະນາອັນດີງາມ. 1 2
|
|
|