ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 21:21:12    
ທ່ານ​ອານ​ນານ​ເຈ​ລະ​ຈາ​ກັບ​ທ່ານ​ບານ​ກີ​ມູນ

cri

ຕາມ​ຂ່າວcri:ວັນ​ທີ15 ພຶດສະພາ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ພວມ​ຢ້ຽມຢາມ​ຢູ່​ສ.​ເກົາຫຼີ​ໄດ້​ເຈລະຈາ​ກັບທ່ານ​ບານ​ກີ​ມູນ ລັດຖະມູນ​ຕີ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ສ.​ເກົາຫຼີ,ສອງ​ຝ່າຍ​ແລ​ກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄື​ບັນຫາ​ນິວຄະ​ເລຍ​ອີຣານ,ການ​ຮ່ວມ​ມື​ລະຫວ່າງ​ສ.​ເກົາຫຼີ​ກັບ​ສະຫະ​ປະຊາ​ຊາ​ດ່​ເປັນ​ຕົ້ນ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ການ​ເຈລະຈາ,ທ່ານ​ອານ​ນານ​ກ່າວ​ວ່າ,ຖ້າ​ຢາກ​ບັນລຸ​ສັນ​ຕິພາບ​ແລະ​ສະ​ຖຽງ​ລະ​ພາບຢູ່ແຫຼມ​​ເກົາຫຼີ,ບັນຫາ​ຕົ້ນ​ຕໍ່​ທີ່​ສຸດ​ແມ່ນ​ແກ້​ໄຂ​ບັນຫາ​ນິວຄະ​ເລ​ຍ​​ແຫຼມ​ເກົາຫຼີ,ບັນດາ​ຝ່າຍ​ກ່ຽວຂ້ອງ​ຂອງ​ການ​ເຈລະຈາ6ຝ່າຍ​ຄວນ​ຜ່ານ​ຜ່າ​ຂອດແກ້​ຍາກ​ໃນ​ປະຈຸ​ບັນ,ສືບ​ຕໍ່ພະ​ຍາ​ຍາມ​ເພື່ອ​ຈັດການ​ເຈລະຈາ​ຄືນ​​ໃໝ່.

ໃນ​ເວລາ​ເວົ້າ​ເຖິງ​ບັນຫາ​ປະຫວັດສາດ​ທີ່​ສະມາຊິກ​ສຳຄັນ​ສ່ວນ​ໜຶ່ງຂອງ​ລັດຖະບານ​ຍີ່ປຸ່ນ​ໄປນະມັດສະການ​ວັດ​ຢາຊູ​ຄູ​ນີ,ທ່ານ​ອານ​ນານ​ກ່າວ​ເນັ້ນ​ວ່າ,ປະຫວັດສາດ​ບໍ່ພ​ຽງ​ແຕ່​ແມ່ນ​ການບັນ​ທຶກຂອງ​ອະດີດຕະການ,ຍັງ​ຄວນ​ສະໜອງ​ໂອກາດ​ທີ່​ຖອດ​ຖອນ​ແລະ​ຮໍ່າຮຽນ​ໃຫ້​ຄົນ​ຮຸ້ນ​ຫຼັງ,ປະຫວັດສາດ​ທີ່​ບໍ່​ເປັນ​ເດຊະ​ບຸນ​ບໍ່​ຄວນ​ຖືກ​ຊ້ຳ​ເກົ່າ.