ຈີນສ້າງອົງການນະມັດສະການໂດຍຈຳເພາະໃຫ້ແກ່ຊາວມູສລິມ
cri
ຕາມຂ່າວສານຊີນຮວາ,ນັກຂ່າວໄດ້ຊາບຈາກສະມາຄົມສາສະໜາ ອິດສລາມຈີນວ່າ,ສະມາຄົມດັ່ງກ່າວຈະສ້າງຫ້ອງການວຽກງານນະມັດສະການ,ເພື່ອສະໜອງການບໍລິການໂດຍຈຳເພາະໃຫ້ແກ່ຊາວມຸສລິມຈີນທີ່ໄປນະມັດສະການຢູ່ອາລາບີຊາອູດິດ.ທ່ານຢາງຈື້ໂປ່ ຮອງປະທານສະມາຄົມກ່າວວ່າ,ການບໍລິການດັ່ງກ່າວຈະເປັນເວລາຍາວນານແລະສະດວກວ່ອງໄວ.
ແຕ່ຈີນຟື້ນຟູການແຕ່ງຄະນະນະມັດສະການເມື່ອປີ1979ເປັນຕົ້ນມາ,ຊາວມຸສລິມຂອງຈີນທີ່ນະມັດສະການໄດ້ເພີ່ມຂຶ້ນນຳຄູ່ປີ,ຂະໜາດໄດ້ກວ້າງອອກຢ່າງບໍ່ຢຸດຢັ້ງ.ປີນີ້,ຊາວຈີນທີ່ໄປນະມັດສະການຢູ່ອາລາບີຊາອູດິດດ້ວຍຄ່າເອງມີປະມານ7000 ຄົນ,ກະວ່າປີໜ້າຈະຫຼາຍກວ່າ8000ຄົນ.
|
|