|
 |
(GMT+08:00)
2006-05-10 20:56:04
|
 |
ທ່ານມາຍມາຍຕີ ຮາຊີມູ---ຜູ່ຊ່ຽວຊານແພດສາດອຸຍອູວ(ສຽງ)
cri
ໃນຕົ້ນຊຸມປີ90ສະຕະວັດທີ20,ທ່ານນາຈາບາເຢັຟ ປະທານາທິບໍດີສາທາລະນະລັດກາຊັກສະຕັງໄດ້ມາຢ້ຽມຢາມນະຄອນອູລຸມກີເຂດຊິນຈ່ຽງ.ເວລານັ້ນ,ທ່ານປະທານາທິບໍດີນາຈາບາເຢັຟເປັນພະຍາດ,ເມື່ອໄດ້ຮູ້ແພດສາດອຸຍອູວແລ້ວ,ກໍສົນໃຈທີ່ສຸດ,ເລີຍຢາກທົດລອງປົວພະຍາດຂອງຕົນດ້ວຍແພດສາດອຸຍອູວ.ສະນັ້ນ,ທ່ານມາຍມາຍຕີໄດ້ຮັບພາລະໜ້າທີ່ສຳຄັນດັ່ງກ່າວ,ໄດ້ປົວພະຍາດໃຫ້ທ່ານປະທານາທິບໍດີນາຈາບາເຢັຟ.ເຕັກນິກປິ່ນປົວຂອງທ່ານມາຍມາຍຕີໄດ້ຮັບຄວາມຍ້ອງຍໍຈາກທ່ານປະທານາທິບໍດີນາຈາບາເຢັຟ.ເມື່ອຂ່າວນີ້ເຜີຍແຜ່ອອກມາແລ້ວ,ເພື່ອນມິດຕ່າງປະເທດນັບມື້ນັບຫຼາຍເລີ່ມເກີດມີຄວາມສົນໃຈອັນເຂັ້ມຂຸ້ນຕໍ່ແພດສາດແລະຢຸກຢາອຸຍອູວ.ທ່ານມາຍມາຍຕີໄດ້ຮັບຮູ້ວ່າ,ນີ້ແມ່ນໂອກາດດີທີ່ສຸດສຳລັບແນະນຳແພດສາດອຸຍອູວຕໍ່ໂລກ,ສະນັ້ນ,ທ່ານເລີ່ມຮຽນພາສາອັງກິດແລະພາສາອັວກດູ,ແລະພະຍາຍາມຝຶກຕົນເອງໃຊ້ພາສາເຫຼົ່ານີ້ຢ່າງຊຳນິຊຳນານ.ທ່ານເວົ້າວ່າ:
"ຈຸດປະສົງຂອງຂ້າພະເຈົ້າມີແຕ່ອັນດຽວ,ນັ້ນກໍຄືເຮັດໃຫ້ແພດສາດອຸຍອູວເຂດຊິນຈ່ຽງສືບທອດແລະເສີມຂະຫຍາຍເປັນຢ່າງດີ,ໝູນໃຊ້ພາຫະນະວິທະຍາສາດສະໄໝປັດຈຸບັນ,ເຮັດໃຫ້ແພດສາດອຸຍອູວກ້າວອອກຈາກເຂດຊິນຈ່ຽງແລະໄປສູ່ໂລກ."
ເມື່ອໄດ້ຮູ້ພາສາຕ່າງປະເທດແລ້ວ,ທ່ານມາຍມາຍຕີໄດ້ໄປທັດສະນະສຶກສາຢູ່ຫຼາຍປະເທດໃນອາຊີ,ເອີລົບ,ທະວີບອາເມລິກາເໜືອແລະອາຟິຼກກາ, ໄປເຂົ້າຮ່ວມການເຄື່ອນໄຫວແລກປ່ຽນແພດສາດ,ສະເໜີວິທີບົ່ງມະຕິແລະປົວພະຍາດດ້ວຍແພດສາດອຸຍອູວ.
ດຽວນີ້,ທ່ານມາຍມາຍຕີແມ່ນຜູ່ຊ່ຽວຊານທີ່ມີຊື່ສຽງໃນວົງການແພດສາດແລ້ວ,ຄົນເຈັບທີ່ທ່ານປົວດີນັ້ນຫຼາຍຈົນນັບບໍ່ຖ້ວນ,ພວກເຂົາເຈົ້າຂອບອົກຂອບໃຈນຳທ່ານມາຍມາຍຕີທີ່ສຸດ.ທ່ານເອຈິສ ມູຮາມແມັດ ຜູ່ເຄີຍໄດ້ຮັບການປິ່ນປົວຈາກທ່ານມາຍມາຍຕີໄດ້ຫວນຄືນວ່າ:"ຕອນຂ້ອຍນອນໂຮງໝໍ,ນາຍໝໍມາຍມາຍຕີເອົາໃຈໃສ່ທີ່ສຸດນຳພະຍາດຂອງຂ້ອຍ.ວິທີປິ່ນປົວຂອງເພິ່ນບາງຢ່າງຈັ່ງແມ່ນຕ່າງໝູ່ຫຼາຍ.ເພິ່ນມາກວດພະຍາດໃຫ້ຂ້ອຍເທື່ອໃດ,ຂ້ອຍກໍຮູ້ສຶກໄວ້ວາງໃຈ."
ທ່ານມາຍມາຍຕີມີຊື່ສຽງຮຽງນາມໃນວົງການແພດສາດ,ແຕ່ທ່ານພັດບໍ່ໄດ້ຂີ້ຖີ່ທີ່ຈະເຜີຍແຜ່ຄວາມຮູ້ແພດສາດຂອງຕົນໃຫ້ຜູ່ອື່ນ.ທ່ານໄດ້ຮັບເອົາລູກສິດຢ່າງກວ້າງຂວາງ,ຊີ້ນຳແລະບຳລຸງສ້າງກຳລັງຫຼັກແຫຼ່ງຊາວໜຸ່ມແພດສາດອຸຍອູວງວດໜຶ່ງ,ນາງກູລີນາຊີ ອັບດູເລີຮາມານ ກໍແມ່ນຜູ່ໜຶ່ງ.ໃນສາຍຕາຂອງເຂົາ,ທ່ານມາຍມາຍຕີແມ່ນນາຍໝໍທີ່ດີ,ຍິ່ງແລະເປັນທັງອາຈານທີ່ດີຜູ່ໜຶ່ງ.ນາງເວົ້າວ່າ:
"ໃນມະຫາວິທະຍາໄລ,ຂ້ອຍໄດ້ຮຽນວິຊາຢາຫຼວງ,ໃນເວລາຫາກໍ່ເຮັດວຽກ,ຂ້ອຍບໍ່ຮູ້ແພດສາດອຸຍອູວຫຼາຍປານໃດ,ໃນຄາວນັ້ນ,ທ່ານອາຈານມາຍມາຍຕີຮັບຜິດຊອບສິດສອນຂ້ອຍ.ເພິ່ນເປັນຄົນໃຈອົດໃຈທົນ,ຈາກຄວາມຮູ້ທິດສະດີໃນຫົວທີຈົນຮອດການປະຕິບັດຕົວຈິງໃນພາຍລຸນມາ,ທ່ານອາຈານມາຍມາຍຕີລ້ວນແຕ່ໄດ້ອະທິບາຍຢ່າງລະອຽດແລະສອນແບບປະຕິບັດຕົວຈິງ,ຢ້ານແຕ່ວ່າຂ້ອຍບໍ່ເຂົ້າໃຈ.ເມື່ອໄດ້ຕັ້ງໃຈຮ່ຳຮຽນ1ປີກວ່າ,ຂ້ອຍໄດ້ເກີດມີຄວາມສົນໃຈຢ່າງໃຫຍ່ຫຼວງຕໍ່ແພດສາດອຸຍອູວ."
ປັດຈຸບັນ,ພາຍໃຕ້ຄວາມພະຍາຍາມຂອງທ່ານມາຍມາຍຕີແລະຜູ່ຊ່ຽວຊານແພດສາດອຸຍອູວອື່ນໆ,ແພດສາດອຸຍອູໄດ້ກ້າວອອກຈາກຈີນໄປສູ່ໂລກແລ້ວ.ແຕ່ທ່ານມາຍມາຍຕີຍັງບໍ່ພໍໃຈເທື່ອ,ທ່ານຍັງສືບຕໍ່ພະຍາຍາມເພື່ອເຜີຍແຜ່ແພດສາດອຸຍອູວທີ່ຕົນມັກຫອມ,ຫວັງປົດເປື້ອງຄວາມເຈັບປວດທໍລະມານໃຫ້ຄົນເຈັບຫຼາຍກວ່າເກົ່າ. 1 2
|
|
|