|
 |
(GMT+08:00)
2006-05-10 20:46:08
|
 |
ສະມາຄົມຜູ້ບໍລິຫານງານບໍລິສັດຍີ່ປຸ່ນສະເໜີໃຫ້ສ້າງການພົວພັນຍີ່ປຸ່ນຈີນທີ່ອວ່າຍ ໜ້າໄປສູ່ອະນາຄົດ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ9ພຶດສະພາ,ຢູ່ທີ່ໂຕກຽວ,ສະມາຄົມຜູ້ບໍລິຫານງານບໍລິສັດຍີ່ ປຸ່ນໄດ້ປະກາດບົດລາຍງານຍືດຍາວທີ່ໃຫ້ລັດຖະບານຍີ່ປຸ່ນແລະຈີນທີ່ພາດຫົວເລື່ອງວ່າ "ຄວາມຄິດຄວາມເຫັນກ່ຽວກັບການພົວພັນຍີ່ປຸ່ນຈີນໃນອະນາຄົດ",ໂດຍຮຽກຮ້ອງລັດຖະ ບານສອງປະເທດພ້ອມກັນພະຍາຍາມເພື່ອປົວແປງການພົວພັນສອງປະເທດໃຫ້ດີຂຶ້ນ,ສະແຫວງຫາສິ່ງທີ່ຄືກັນ,ສະຫງວນສິ່ງທີ່ຕ່າງກັນ,ສ້າງການພົວພັນຍີ່ປຸ່ນຈີນແບບໃໝ່ທີ່ອ່ວາຍໜ້າໄປສູ່ອະນາຄົດ.
ບົດລາຍງານຊີ້ອອກວ່າ,ການສ້າງການພົວພັນຍີ່ປຸ່ນຈີນແບບໃໝ່ທີ່ອວ່າຍໜ້າໄປສູ່ອະນາ ຄົດກ່ອນອື່ນຕ້ອງສ້າງເງື່ອນໄຂໃຫ້ຈັດການແລກປ່ຽນລະຫວ່າງປະມຸກລັດສອງປະເທດຄືນໃໝ່ໂດຍໄວ,ສ່ວນອຸປະສັກທີ່ໃຫຍ່ກວ່າໝູ່ທີ່ກີດຂວາງການແລກປ່ຽນລະຫວ່າງປະ ມຸກລັດສອງປະເທດໃນປະຈຸບັນນີ້ແມ່ນນາຍົກລັດຖະມົນຕີຍີ່ປຸ່ນໄປນະມັດສະການວັດຢາຊືຄູນີ.ຜູ້ນຳຍີ່ປຸ່ນຄວນພິຈາລະນາການກະທຳຂອງຕົນຄືນໃໝ່.
ບົດລາຍງານຍັງສະເໜີໃຫ້ຍີ່ປຸ່ນສ້າງສິ່ງກໍ່ສ້າງໄວ້ອາໄລແຫ່ງຊາດ,ຍັງສະເໜີໃຫ້ນັກປາດປະຫວັດສາດຂອງຍີ່ປຸ່ນແລະຈີນພ້ອມກັນຄົ້ນຄວ້າ,ແລະສ່ອງແສງຜົນການຄົ້ນຄວ້າຢູ່ໃນການສຶກສາປະຫວັດສາດສະໄໝມໍ່ແລະສະໄໝປະຈຸບັນຂອງໂຮງຮຽນມັດຕະຍົມຂອງຍີ່ ປຸ່ນ.
ບົດລາຍງານຍັງຊີ້ອອກວ່າ,ການສ້າງການພົວພັນຍີ່ປຸ່ນຈີນແບບໃໝ່ທີ່ອວ່າຍໜ້າໄປສູ່ອະ ນາຄົດຕ້ອງເປີດກວ້າງການແລກປ່ຽນໃນຫຼາຍຊັ້ນແລະຫຼາຍຂົງເຂດລະຫວ່າງສອງຝ່າຍຕື່ມອີກ,ສະເໜີໃຫ້ເພີ່ມທະວີການແລກປ່ຽນລະຫວ່າງລັດຖະບານແລະພາກສ່ວນປ້ອງກັນປະເທດຂອງສອງປະເທດພ້ອມດ້ວຍການແລກປ່ຽນລະຫວ່າງຝ່າຍລາດທີ່ຖືຊາວໜຸ່ມເຍົາວະຊົນເປັນຫຼັກ.
|
|
|