|
 |
(GMT+08:00)
2006-05-09 10:58:24
|
 |
4 ຝ່າຍທີ່ກ່ຽວຂ້ອງຂອງບັນຫາຕາເວັນອອກກາງຈະຈັດການພົບປະຂັ້ນສູງ ຝ່າຍປາເລັສຕີນຍິນດີສົນທະນາຢ່າງບໍ່ມີເງື່ອນໄຂ
cri
Author: cai
ຕາມຂ່າວCRI:ວັນທີ 8 ພຶດສະພາ,ທ່ານດູຈາຣິກ ໂຄສົກສະຫະປະຊາຊາດເວົ້າຕໍ່ສື່ມວນຊົນວ່າ,ຕອນເຊົ້າວັນທີ 9 ພຶດສະພາ,4 ຝ່າຍທີ່ກ່ຽວຂ້ອງຂອງບັນຫາຕາເວັນອອກກາງ(ຄືສະຫະປະຊາຊາດ ອາເມລິກາ ສະຫະພາບເອີລົບແລະຣັດເຊຍ)ຈະຈັດການພົບປະຂັ້ນສູງຢູ່ສຳນັກງານໃຫຍ່ສະຫະປະຊາຊາດທີ່ນິວຢອກ,ຫາລືສະຖານະການຫຼ້າສຸດຂອງເຂດຕາເວັນອອກກາງ.
ທ່ານດູຈາຣິກເວົ້າວ່າ,ຜູ້ທີ່ເຂົ້າຮ່ວມການພົບປະຂັ້ນສູງນັ້ນ,ນອກຈາກທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດແລ້ວ,ຍັງມີລັດຖະມົນຕີການຕ່າງປະເທດຂອງເອຢິບ ອາລາບີຊາອູດິດແລະຊອກດານີ.ຕອນບ່າຍມື້ດຽວກັນ,4 ຝ່າຍທີ່ກ່ຽວຂ້ອງຂອງບັນຫາຕາເວັນອອກກາງຍັງຈະພົບປະສອງຕໍ່ສອງຢູ່ຫ້ອງການເລຂາທິການໃຫຍ່ສະຫະປະຊາຊາດ.
ຕາມໄດ້ຊາບ,ຈຸດໜັກຂອງການພົບປະລະຫວ່າງ 4 ຝ່າຍທີ່ກ່ຽວຂ້ອງຂອງບັນຫາຕາເວັນອອກກາງເທື່ອນີ້ແມ່ນຫາລືຂະບວນວິວັດສັນຕິພາບທີ່ຕົກຢູ່ໃນສະພາບຢຸດສະຫງັກລະຫວ່າງປາເລັສຕີນແລະອິສຣາແອນແຕ່ອົງການຮາມັດສ໌ໄດ້ຂຶ້ນຄອງອຳນາດໃນທ້າຍເດືອນມີນາປີນີ້ເປັນຕົ້ນມາ,ແລະສະແຫວງຫາວິທີໃໝ່ເພື່ອໃຫ້ການຊ່ອຍເຫຼືອດ້ານການເງິນແກ່ລັດຖະບານປົກຄອງຕົນເອງຂອງປາເລັສຕີນເປັນຕົ້ນ.
ມື້ດຽວກັນ,ເຈົ້າໜ້າທີ່ຂອງລັດຖະບານປົກຄອງຕົນເອງຂອງປາເລັສຕີນເວົ້າວ່າ,ຝ່າຍປາເລັສຕີນຍິນດີສົນທະນາກັບ 4 ຝ່າຍທີ່ກ່ຽວຂ້ອງຂອງບັນຫາຕາເວັນອອກກາງຢ່າງບໍ່ມີເງື່ອນໄຂ.
|
|
|