|
 |
(GMT+08:00)
2006-05-07 21:23:54
|
ທ່ານອັບບາສກັບທ່ານຮານີເຢປຶກສາຫາລືກັນເຮັດແນວໃດແກ້ໄຂວິກິດການການເງິນຂອງປາເລັສຕິນ
cri
ຕາມຂ່າວສານຊີນຮວາ,ວັນທີ6ພຶດສະພາຢູ່ທີ່ກາຊາ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນໄດ້ພົບປະເຈລະຈາກັບທ່ານຮານີເຢ ນາຍົກ ລັດຖະມົນຕີລັດຖະບານປາເລັສຕິນປົກຄອງຕົນເອງ,ປຶກສາຫາລືກັນເຮັດແນວໃດແກ້ໄຂບັນຫາວິກິດການທາງການເງິນທີ່ປາເລັສຕິນພວມປະເຊີນໃນສະເພາະໜ້ານີ້ເປັນຕົ້ນ.
ນີ້ແມ່ນສອງຝ່າຍພົບປະເຈລະຈາກັນເປັນຄັ້ງທຳອິດແຕ່ລັດຖະບານຊຸດໃໝ່ທີ່ອົງການຮາມາສຈັດຕັ້ງແລະສາບານຕົວຂຶ້ນຮັບຕຳແໜ່ງໃນທ້າຍເດືອນມີນາ ເປັນຕົ້ນມາ.
ໃນງານຊຸມນຸມນັກຂ່າວຫຼັງຈາກການພົບປະ,ທ່ານຮານີເຢເວົ້າວ່າ,ສອງຝ່າຍເປັນເອກະສັນກັນເຫັນດີສ້າງຕັ້ງຄະນະກຳມະການສົນທະນາ,ເພື່ອຫາລືແກ້ໄຂບັນຫາທີ່ມີຄວາມເຫັນຂັດກັນ,ທ່ານທັງສອງຍັງຈະເຈລະຈາຕໍ່ໄປກັນໃນວັນທີ7ພຶດສະພາ.
|
|
|