|
 |
(GMT+08:00)
2006-04-28 18:34:33
|
 |
ພັກຄາດີມາອີສຣາແອນເຊັນສັນຍາຈັດຕັ້ງລັດຖະບານກັບພັກກຳມະກອນ
cri
Author: min
ຕາມຂ່າວCRI: ວັນທີ 27 ເມສາ, ພັກຄາດີມາອີສຣາແອນທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປໃນເດືອນແລ້ວນີ້ກັບພັກກຳມະກອນພັກໃຫຍ່ທີສອງໃນລັດຖະສະພາໄດ້ສິ້ນສຸດການເຈລະຈາຈັດຕັ້ງລັດຖະບານແລະໄດ້ເຊັນສັນຍາ, ອັນໄດ້ສ້າງພື້ນຖານໃຫ້ທ່ານໂອນເມິດ ຜູ້ຄອງຄອຍຮັບຕຳແໜ່ງນາຍົກລັດຖະມົນຕີ, ປະທານພັກຄາດີມາເພື່ອຈັດຕັ້ງລັດຖະບານຊຸດໃໝ່.
ວັນທີ 27 ເມສາ, ທ່ານໂອນເມິດກັບທ່ານເປເລັສ ປະທານພັກກຳມະກອນໄດ້ຈັດການພົບປະກັນ, ສຸດທ້າຍໄດ້ຕົກລົງເຊັນສັນຍາຈັດຕັ້ງລັດຖະບານຂອງສອງພັກ. ຕາມສັນຍາ, ພັກກຳມະກອນຈະຄອງຕຳແໜ່ງລັດຖະມົນຕີ 7 ຕຳແໜ່ງ, ເຊັ່ນ: ລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ, ກະຊວງກະສິກຳແລະກະຊວງການທ່ອງທ່ຽວເປັນຕົ້ນໃນລັດຖະບານອະນາຄົດ, ທ່ານເປເລັສຈະຂຶ້ນຮັບຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ.
ກ່ອນນີ້ມື້ໜຶ່ງ, ພັກຄາດີມາໄດ້ເຊັນສັນຍາຈັດຕັ້ງລັດຖະບານກັບສະຫະພັນຜູ້ອອກກິນເບ້ຍບຳນານ, ສະຫະພັນນີ້ຈະໄດ້ຮັບຕຳແໜ່ງລັດຖະມົນຕີ 2 ຕຳແໜ່ງໃນລັດຖະບານອະນາຄົດ. ການເຈລະຈາລະຫວ່າງພັກຄາດີມາກັບພັກຊາສກໍ່ມີການຄືບໜ້າຢ່າງໃຫຍ່ຫຼວງ, ລັດຖະບານອີສຣາແອນຊຸດໃໝ່ມີຫວັງຈະຈັດຕັ້ງສຳເລັດໃນອາທິດໜ້າ.
|
|
|