|
 |
(GMT+08:00)
2006-04-27 15:59:17
|
ທິມບາເຊໂລນາບຸກເຂົ້າຮອບຊິງຊະນະເລີດຂອງງານແຂ່ງຂັນບານເຕະຊີງຂັນແຊມປຽນເອີລົບ
cri
Author: shuo
ຕາມຂ່າວCRI:ຕອນຂ້ອນແຈ້ງວັນທີ26ເມສາເວລາປັກກິ່ງ,ໃນການແຂ່ງຂັນນັດທີສອງຂອງການແຂ່ງຂັນຮອບຮອງຊະນະເລີດຂອງງານແຂ່ງຂັນບານເຕະຊີງຂັນແຊມປຽນເອີລົບ,ຢູ່ສະໜາມເຈົ້າພາບ,ທິມບາເຊໂລນາຂອງແອສປາຍໄດ້ສູ້ກັບທິມACມີລານຂອງອີຕາລີດ້ວຍຄະແນນ0:0.ເມື່ອເປັນແນວນີ້,ທິມບາເຊໂລນາຊີງໄດ້ສິດເຂົ້າຮອບຊີງຊະນະເລີດດ້ວຍຄະແນນລວມ1ປະຕູຕໍ່0ໃນການແຂ່ງຂັນສອງນັດຢູ່ສະໜາມເຈົ້າພາບແລະສະໜາມແຂກ.
ໃນການແຂ່ງຂັນຊີງຊະນະເລີດ,ທິມບາເຊໂລນາຈະສູ້ກັບທິມອາກເຊີນານຂອງອັງກິດທີ່ໄດ້ເອົາຊະນະທິມວິລາຣຽນຂອງແອສປາຍໃນວັນທີ25ເມສາ,ເຊິ່ງຈະຈັດຂຶ້ນຢູ່ປາຣີຂອງຝຣັ່ງໃນວັນທີ17ພຶດສະພາ.
|
|
|