|
 |
(GMT+08:00)
2006-04-24 17:10:30
|
ຈີນຊົມເຊີຍຜະລິດຕະພັນເອເລັກໂຕຼນິກອາເມລິກາເຂົ້າສູ່ຕະຫຼາດຈີນ
cri
Author: min
ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້, ທ່ານຫຼີປາວເຊິ່ງ ຫົວໜ້າສາຂາຂະແໜງການຂໍ້ມູນຂ່າວສານເອເລັກໂຕຼນິກຄະນະກຳມະການສົ່ງເສີມການຄ້າສາກົນຈີນເວົ້າວ່າ, ຄະນະກຳມະການສົ່ງເສີມການຄ້າສາກົນຈີນຈະອອກໜ້າເຊີນພໍ່ຄ້າໂຮງງານເອເລັກໂຕຼນິກອາເມລິກາຈັດຕັ້ງຄະນະມາເຂົ້າຮ່ວມງານວາງສະແດງການຄ້າຜະລິດຕະພັນເອເລັກໂຕຼນິກອາຊີ.
ງານວາງສະແດງການຄ້າຜະລິດຕະພັນເອເລັກໂຕຼນິກອາຊີແມ່ນງານວາງສະແດງສາກົນທີ່ສຳຄັນກວ່າໝູ່ໃນດ້ານຜະລິດຕະພັນເອເລັກໂຕຼນິກຈີນແລະອາຊີ, ງານວາງສະແດງປີນີ້ຈະຈັດຂຶ້ນຢູ່ເຊິ່ນເຈິ້ນເມືອງພາກໃຕ້ຂອງຈີນແຕ່ວັນທີ 27 ຫາວັນທີ 30 ສິງຫາ.
ທ່ານຫຼີປາວເຊິ່ງເວົ້າວ່າ, ໃນດ້ານການຄ້າຜະລິດຕະພັນເອເລັກໂຕຼນິກ, ລະ ຫວ່າງອາເມລິກາກັບຈີນມີດຸນເສຍປຽບໄດ້ປຽບຂ້ອນຂ້າງຫຼາຍ, ຈີນຊົມເຊີຍຜະລິດຕະພັນເອເລັກໂຕຼນິກອາເມລິກາເຂົ້າຕະຫຼາດຈີນ.
|
|
|