ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-24 10:14:27    
ໃຫ້​ຈັດ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ເປັນ​ສະ​ໂມ​ສອນ​ຂອງ​ນັກ​ທຸ​ລະ​ກິດ​ອາ​ຊຽນ

cri Author: sayvanny

ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ນັ້ນ​ແມ່ນ​ແນະນຳ​ບົດບາດ​ຂອງ​ເຂດ​ກວາງຊີ​ໃນ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.ຕໍ່​ໄປ ​ເຊີນ​ທ່ານ​ໄປ​ເມືອງ​ນານ​ນິງ ​ເທດສະບານ​ເຂດ​ກວາງຊີ​ເບິ່ງ​ຈັກ​ບາດ.
ຍັງ​ມີ​ຫລາຍ​ເດືອນ​ຈິ່ງ​ຈະ​ຈັດ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນຄັ້ງທີ​ສາມ, ​ແຕ່​ອົງການ​ຈັດຕັ້ງທາງ​ການ​ແລະ​ທາງ​ພົນລະ​ເມືອງ​ຂອງ​ເມືອງ​ນານ​ນິງກໍ່​ໄດ້​ວາງ​ໂຄສະນາ​ການ​ອົບຮົມ​ໃນ​ຫນັງສືພິມ​ແລະ​ອິນ​ເທີ​ແນັດ.ຫ້ອງ​ຮຽນ​ພາສາ​ຫວຽດນາມ​ເປີດ​ຮຽນ​ແລ້ວ, ການ​ເສັງ​ເອົາ​ຄຸນ​ວຸທິດ​ແປ​ພາສາ​ເລີ່​ມຕົ້ນ​ແລ້ວ, ຫ້ອງ​ຮຽນ​ພາສາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ເປີ​ດຮຽນ​ແລ້ວ​ ​ເຫລົ່າ​ນີ້​ເປັນຕົ້ນ.

ນ້ອງ​ຢວນ ທີ່​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ກວາງຊີ​ເວົ້າວ່າ, ດຽວນີ້ ຂ້ອຍ​ເລີ່​ມຮຽນ​ພາສາ​ຫວຽດນາມ,ພໍດີ​ໃຊ້​ໄດ້​ໃນ​ເວລາ​ເປັນ​ຜູ່​ອາສາ​ສະຫມັກ​ໃນ​ງານ​ເອັກສ​ໂປ.ຫມູ່​ຮຽນ​ສ່ວນ​ຫນຶ່ງ​ຂອງ​ນ້ອງ​ກໍ່​ໄດ້​ຊື້​ປື້​ມຮຽນ​ເອົາ​ເອງ,ຄົນ​ບໍ່​ຫນ້ອຍຍັງ​ໄດ້​ຈ່າຍ​ເງິນ 300-500 ຢວນ​ເພື່ອ​ເຂົ້າຫ້ອງ​ຮຽນ.

ນາງ​ຢາງ​ທີ່​ເຄີຍ​​ເຮັດ​ວຽກ​​ແປ​ພາສາ​ໃນ​ບໍລິສັດ​ການ​ຄ້າ​ໃນ​ແຕ່​ກ່ອນ​ເຜີຍ​ໃຫ້​ຮູ້​ວ່າ, ນາງ​​ໄດ້​ປະກາດ​ຂ່າວ​ອົບຮົມ​ພາສາ​ຫວຽດນາມ​ສ່ວນ​ຕົວ​ໃນ​ແວບ​ໄຊ​ຢູ່​ເມືອງ​ນານ​ນິງ,​ແຕ່​ບໍ່​ເຄີຍ​ຄິດ​ວ່າ​ມີ​ 24 ຄົນ​ທີ່​ມີ​ອາຊີບ​ຕ່າງ​ກັນ​ໄດ້​ສະ​ເຫ​ນີຊື່​ເຂົ້າຮ່ວມ.ນາງ​ເວົ້າວ່າ, ຄົນ​ທຳ​ມະ​ດາ​ພຽງ​ແຕ່​ຜ່ານ​ການ​ອົບຮົມ​ເປັນ​ເວລາ​ສາມ​ຫາ​ຫ້າ​ເດືອນ​ແລ້ວ​ກໍ່​ສາມາດ​​ເວົ້າພາສາ​ຫວຽດນາມ​ຢ່າງ​ລຽນ​ໄຫລ​ໄດ້​ແລ້ວ.

ນາງ​ຢາງ​ຍັງ​ເວົ້າວ່າ, ນອກຈາກ​ຄົນ​​ໃດ​ຄົນ​ຫນຶ່ງ​ແມ່ນ​ມາ​ຮຽນ​ພາສາ​ຫວຽດນາມ​ເປັນ​ການ​ຫລິ້ນ​ແລ້ວ, ຜູ່​ອື່ນໆ​ລ້ວນ​ແຕ່​ຄິດ​ຢາກ​ເຮັດ​ທຸ​ລະ​ກິດ​ຢູ່​ຫວຽດນາມ.ຫວຽດນາມ​ກັບ​​ເຂດ​ກວາງຊີ​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ, ​ແມ່ນ​ຫມູ່​ການ​ຄ້າ​ໃຫຍ່​ກວ່າ​ຫມູ່​ຂອງ​ເຂດ​ກວາງຊີ, ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເພີ່ມ​ທະວີ​ຂຶ້ນ,​ຈະ​ມີໂອກາດ​ການ​ຄ້າຢ່າງ​ຫລວງຫລາຍ​ກຳລັງ​ລໍຖ້າ​ຊາວ​ກວາງຊີ​ຢູ່.


1  2  3  4