ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້, ທ່ານກຣິນວູດ ຮອງຜູ້ວ່າການທະນາຄານພັດທະນາອາຊີທີ່ຫາກໍ່ຂຶ້ນຮັບຕຳແໜ່ງພ້ອມດ້ວຍຄະນະໄດ້ໄປສຳຫຼວດໂຄງການປ່ອຍເງິນກູ້ຢູ່ຄອບຄົວຊາວກະສິກອນຈຳນວນໜຶ່ງຂອງແຂວງຈ່ຽງຊີ່ພາກກາງຂອງຈີນ. ເມື່ອໄດ້ມີຄວາມຮູ້ສຶກຕົດຕົວຕໍ່ຊົນນະບົດແລະຊາວກະສິກອນຈີນແລ້ວ, ທ່ານເວົ້າວ່າ, ແຜນການສ້າງຊົນນະບົດໃໝ່ຂອງຈີນເຊີດຊູກຳລັງໃຈຄົນທີ່ສຸດ, ທະນາຄານພັດທະນາອາຊີຈະສົມທົບຢ່າງສຸດຂີດໃນຫຼາຍດ້ານ.
ທ່ານກຣິນວູດເຜີຍໃຫ້ຮູ້ວ່າ, ໂດຍແນໃສ່ແຜນການພັດທະນາເສດຖະກິດ ສັງຄົມໃນ 5 ປີຂ້າງໜ້າທີ່ລັດຖະບານຈີນວາງອອກ, ຄະນະຜູ້ອຳນວຍການທະນາຄານພັດທະນາອາຊີໄດ້ອະນຸມັດ "ແຜນຍຸດທະສາດຈີນສະບັບປັບປູງໃໝ່", ມີແຜນຈະປ່ອຍເງິນກູ້ 4 ຕື້ 500 ລ້ານໂດລາສະຫະລັດແກ່ຈີນແຕ່ປີ 2006 ຫາປີ 2008, ໃນນັ້ນ, ມີປະມານ 80% ຈະປ່ອຍໃຫ້ເຂດພາກກາງແລະພາກຕາເວັນຕົກທີ່ຂ້ອນຂ້າງທຸກຍາກ, ເຈາະຈົງໃຊ້ເຂົ້າໃນການສະໜັບສະໜູນການສ້າງຊົນນະບົດໃໝ່ໃນເຂດນີ້, ລາຍລະອຽດລວມມີ 5 ດ້ານ, ຄື: ການສ້າງພະລັງງານຊີວະພາບ ຊົນນະບົດ, ການແປງນ້ຳແປງຫ້ອງນ້ຳຂອງໃນຊົນນະບົດ, ການອົບຮົມເຕັກນິກແລະອາຊີບໃຫ້ຊາວກະສິກອນ, ການສ້າງສິ່ງແວດລ້ອມຊີວະພາບຊົນນະບົດ, ແລະການສ້າງທາງໃນເມືອງ, ຕາແສງແລະບ້ານ.
|