|
 |
(GMT+08:00)
2006-04-21 17:20:44
|
 |
ທ່ານປະທານຫູຈິນທ່າວເຈລະຈາກັບທ່ານປະທານາທິບໍດີບຸສ
cri
Author: shuo
ຕາມຂ່າວCRI:ວັນທີ20ເມສາ,ຢູ່ທຳນຽບຂາວ,ທ່ານຫູຈິນທ່າວ ປະທານປະເທດຈີນໄດ້ເຈ ລະຈາກັບທ່ານບຸສ ປະທານາທິບໍດີອາເມລິກາ.ສອງຝ່າຍເປັນເອກະສັນກັນເຫັນວ່າ,ໃຕ້ສະຖານະການສາກົນໃນສະເພາະໜ້ານີ້,ຈີນອາເມລິກາມີຜົນປະໂຫຍດຍຸດທະສາດຮ່ວມອັນກວ້າງຂວາງແລະສຳຄັນ,ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນມີອະນາຄົດອັນກວ້າງຂວາງ.ສອງຝ່າຍເຫັນດີຈະປະຕິບັດຕໍ່ແລະຊຳລະການພົວພັນສອງປະເທດຈາກຄວາມສູງຍຸດທະສາດແລະມຸມຍາວໄກ,ຊຸກຍູ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງຈີນອາເມລິກາໃນສະຕະວັດທີ21ຢ່າງຮອບດ້ານ,ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດແລະປະຊາຊົນປະເທດຕ່າງໆໃນໂລກໃຫ້ດີກວ່າເກົ່າ.
ທ່ານຫູຈິນທ່າວຊີ້ອອກວ່າ,ການພົວພັນຈີນອາເມລິກາໄດ້ລື່ນກາຍຂອບເຂດການພົວພັນສອງຝ່າຍແລ້ວ,ນັບມື້ນັບມີອິດທິພົນໃນທົ່ວໂລກແລະມີຄວາມໝາຍຍຸດທະສາດ.ຈີນອາເມລິກາມີຜົນປະໂຫຍດຍຸດທະສາດຮ່ວມທີ່ກວ້າງຂວາງແລະສຳຄັນໃນດ້ານປົກປັກຮັກສາສັນຕິພາບຂອງໂລກແລະຊຸກຍູ້ການພັດທະນາພ້ອມກັນ,ແລະຫາບແບກໜ້າທີ່ຮ່ວມກັນ.ສອງຝ່າຍຄວນພ້ອມກັນທຳຄວາມພະຍາຍາມ,ຊກຍູ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງຈີນອາເມລິກາຢ່າງຮອບດ້ານ.
ທ່ານບຸສເຫັນດີເຫັນພ້ອມນຳການຕີລາຄາຂອງທ່ານຫູຈິນທ່າວທີ່ມີຕໍ່ການພົວພັນສອງຝ່າຍ.ທ່ານເວົ້າວ່າ,ຂົງເຂດການຮ່ວມມືລະຫວ່າງຈີນອາເມລິກາມີຂົງເຂດນັບມື້ນັບກວ້າງຂວາງ,ຈີນແມ່ນປະເທດຍິ່ງໃຫຍ່,ມີຖານະສາກົນທີ່ສູງຂຶ້ນຢ່າງເດັ່ນຊັດ,ໄດ້ຊົງອິດທິພົນນັບມື້ນັບສຳຄັນຕໍ່ສັນຕິພາບຂອງໂລກ.
ກ່ຽວກັບບັນຫາໄຕ້ຫວັນ,ທ່ານຫູຈິນທ່າວກ່າວວ່າ,ຈີນອາເມລິກາມີຜົນປະໂຫຍດຍຸດທະສາດຮ່ວມໃນດ້ານຄັດຄ້ານແລະສະກັດກັ້ນບໍ່ໃຫ້ໄຕ້ຫວັນເປັນເອກະລາດ,ແລະໃນດ້ານປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນ.ທ່ານກ່າວເນັ້ນວ່າ,ລັດຖະບານຈີນຈະຍາດແຍ່ງອະນາຄົດທີ່ໂຮມເຂົ້າເປັນເອກະພາບກັນໂດຍສັນຕິດ້ວຍຄວາມຈິງໃຈຫຼາຍທີ່ສຸດແລະທຳຄວາມພະຍາຍາມຫຼາຍທີ່ສຸດ,ແຕ່ເດັດຂາດບໍ່ອົດກັ້ນໃຫ້ໄຕ້ຫວັນເປັນເອກະລາດ.
ທ່ານບຸສກ່າວວ່າ,ຫຼັກໝັ້ນຂອງລັດຖະບານອາເມລິກາໃນບັນຫາໄຕ້ຫວັນບໍ່ໄດ້ປ່ຽນແປງ.ອາເມລິກາຍຶດໝັ້ນນະໂຍບາຍຈີນດຽວ,ເຂົ້າໃຈຄວາມເອົາໃຈໃສ່ຂອງຝ່າຍຈີນໃນບັນຫາໃຕ້ຫວັນ,ບໍ່ຫວັງຢາກເຫັນການກະທຳຝ່າຍດຽວຂອງເຈົ້າໜ້າທີ່ໄຕ້ຫວັນທີ່ປ່ຽນແປງສະພາບປະຈຸບັນຂອງຊ່ອງແຄບໄຕ້ຫວັນແລະທຳລາຍການພົວພັນຈີນອາເມລິກາ.
|
|
|