|
 |
(GMT+08:00)
2006-04-21 11:21:33
|
 |
ປະເທດອາຣາບສະໜັບສະໜູນລັດຖະບານຮາມັສຂອງປາເລັສຕີນ
cri
Author: min
ຕາມຂ່າວCRI: ວັນທີ 20 ເມສາ, ໂຄສົກສັນນິບາດປະເທດອາຣາບເວົ້າວ່າ, ໃນເວລາພົບປະເຈົ້າໜ້າທີ່ປາເລັສຕີນທີ່ໄປຢ້ຽມຢາມຢູ່ສຳນັກງານໃຫຍ່ສັນນິບາດປະເທດອາຣາບ, ທ່ານອາມົວ ມຸດຊາ ເລຂາທິການໃຫຍ່ສັນນິບາດປະເທດອາຣາບເວົ້າວ່າ, ປະເທດອາຣາບໄດ້ໃຫ້ການຊ່ອຍເຫຼືອຕົກເປັນເງິນເກືອບ 71 ລ້ານໂດລາສະຫະລັດໃຫ້ເຈົ້າໜ້າທີ່ປາເລັສຕີນໂດຍຜ່ານຈາກສັນນິບາດປະເທດອາຣາບ, ສັນນິບາດປະເທດອາຣາບພວມໃຊ້ມາດຕະການສົ່ງເງິນຊ່ອຍເຫຼືອໃຫ້ອົງການອຳນາດແຫ່ງຊາດປາເລັສຕີນ.
ວັນທີ 20 ເມສາ, ໃນເວລາພົບປະທ່ານມາເຮີມຸດ ອານ ຊາຮາຣີ ລັດຖະມົນຕີການຕ່າງປະເທດປາເລັສຕີນທີ່ໄປຢ້ຽມຢາມຢູ່ດາມັສ, ທ່ານບາສາປະທານາທິບໍດີຊີເລຍກ່າວລື້ມວ່າ, ຊີເລຍຈະສືບຕໍ່ສະໜັບສະໜູນພາລະກິດຂອງປາເລັສຕີນ, ແລະຕົກລົງສ້າງກົນໄກບໍລິຈາກເງິນໃຫ້ຝ່າຍລາດປາເລັສຕີນພາຍໃນປະເທດ.
ໂດຍແນໃສ່ບົດແຈ້ງຂ່າວກ່ຽວກັບທ່ານສະຕຼາວ ລັດຖະມົນຕີກະຊວງການຕ່າງປະເທດອັງກິດໄດ້ປ່ຽນແປງຫຼັກໝັ້ນຕໍ່ອົງການຮາມັສ, ວັນທີ 20 ເມສາ, ໂຄສົກສະຖານທູດອັງກິດປະຈຳອິສຣາແອນເວົ້າວ່າ, ອັງກິດບໍ່ໄດ້ປ່ຽນແປງຫຼັກໝັ້ນຕໍ່ອົງການຮາມັສ. ຖ້າລັດຖະບານປົກຄອງຕົນເອງປາເລັສຕີນຢາກໄດ້ຮັບການຊ່ອຍເຫຼືອຈາກສະຫະພາບເອີລົບຄືນໃໝ່, ກໍ່ຕ້ອງປະລະກຳລັງຮຸນແຮງ, ຮັບຮອງອິສຣາແອນ, ແລະໂຄລົບສັນຍາສັນຕິພາບ.
|
|
|