|
 |
(GMT+08:00)
2006-04-18 14:27:14
|
 |
ປະຊາຄົມໂລກກ່າວປະນາມເຫດການຫຼອນໂຈມຕີດ້ວຍການລະເບີດແບບສະຫຼະຊີບທີ່ເກີດຂຶ້ນຢູ່ເມືອງເຕລາວິບອິສຣາແອນ
cri
Author: shuo
ຕາມຂ່າວCRI:ວັນທີ17ເມສາ,ປະຊາຄົມໂລກໄດ້ທະຍອຍກັນກ່າວປະນາມເຫດການຫຼອນໂຈມຕີດ້ວຍການລະເບີດແບບສະຫຼະຊີບທີ່ເກີດຂຶ້ນຢູ່ເມືອງເຕລາວິບຂອງອິສຣາແອນ.
ວັນທີ17ເມສາ,ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ອອກຖະແຫຼງການ,ໃນຂະນະທີ່ກ່າວປະນາມເຫດການຫຼອນໂຈມຕີຢ່າງຮຸນແຮງນັ້ນ,ທ່ານຍັງຮຽກຮ້ອງໃຫ້ລັດຖະບານປາເລັດສະຕິນທີ່ນຳໂດຍອົງການຮາມາສປະກາດຫຼັກໝັ້ນຕ້ານການກໍ່ການຮ້າຍຕໍ່ໂລກ.ຖະແຫຼງການຍັງຮຽກຮ້ອງໃຫ້ບັບດາຝ່າຍທີ່ກ່ຽວຂ້ອງຂອງເຂດຕາເວັນອອກກາງຕ້ອງໂຄລົບກົດໝາຍສາກົນ,ຮັກສາຄວາມອົດກັ້ນໄວ້,ຫຼີກເວັ້ນໃຊ້ການເຄື່ອນໄຫວໃດໆທີ່ອາດຈະພາໃຫ້ເຫດການກຳລັງຮຸນແຮງຍົກເລື່ອນຂັ້ນ.
ໃນມື້ດຽວກັນ,ທ່ານແມັກເຄຼແລນ ໂຄສົກທຳນຽບຂາວອາເມລິກາ,ທ່ານຊີລັກ ປະທານາທິບໍດີຝະຣັ່ງ,ທ່ານຄາມີນິນ ໂຄສົກກະຊວງການຕ່າງປະເທດຣັດເຊຍແລະທ່ານມຸດຊາ ເລຂາທິການໃຫຍ່ສັນນິບາດປະເທດອາລາບກໍຕ່າງໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເຫດການດັ່ງກ່າວ.
|
|
|