ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-17 11:58:42    
ທ່ານ​ອັບ​ບາສ​ມອບ​ສິດ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ຄືນ​ໃຫ້​ລັດ​ຖະ​ບານ​ຊຸດ​ໃໝ່

cri
ຕາມ​ຂ່າວCRI,​ວັນ​ທີ16​ເມສາ ສື່​ມວນ​ຊົນ​ປາ​ເລັສຕິນ​ລາຍ​ງານວ່າ,​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ໄດ້​ຕົກລົງ​ຢ່າງ​ເປັນ​ທາງ​ການ​ວ່າຈະ​ມອບ​ສິດ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ຄືນ​ໃຫ້​ລັດ​ຖະບານ​ຮາ​ມາສ.

ມື້​ດຽວ​ກັນ,​ຢູ່​ແຖບ​ກາຊາ​ທ່ານ​ຮາ​ນີ​ເຢ ນາຍົກ​ລັດຖະ​ມົນຕີ​ປາ​ເລັສ​ຕີນ​ປົກ​ຄອງ​ຕົນ​ເອງ​ໄດ້​ຮຽກ​ໂຮມ​ຜູ້​ແທນ​ບັນດາ​ຝ່າຍ​ຈັດ​ກອງ​ປະຊຸມ​ດ່ວນ​ກ່ຽວ​ກັບ​ບັນຫາ​ປະກອບ​ລັດ​ຖະບານ​ປະສົມ.​ໂຄສົກ​ຜູ້​ໜຶ່ງ​ຂອງ​ລັດ​ຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ກໍ​ກ່າວ​ວ່າ,​ອົງການ​ຮາມາສ​ພວມ​ພິຈາ​ລະນາ​ປະ​ກອບ​ລັດ​ຖະ​ບານ​ປະສົມ​ຄືນ​ໃໝ່,​ແລະ​ຍິນ​ດີ​ຕ້ອນ​ຮັບ​ອົງ​ການ​ອານ​ຟາ​ຕາ​ເຂົ້າ​ຮ່ວມ.​ຕາມ​ໄດ້​ຊາບ,​ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ​ເພື່ອ​ຜ່ອນ​ຄາຍ​ການ​ພົວພັນ​ອັນ​ເຄັ່ງ​ຕຶງ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ພາຍ​ໃນ​ປາ​ເລັສຕິນ ໂດຍ​ສະ​ເພາະ​ແມ່ນ​ລະຫວ່າງ​ອົງ​ການ​ຮາ​ມາສ​ກັບ​ອົງການ​ອານ​ຟາ​ຕາ.