ຕາມຂ່າວສານຊິນຮວາ:ວັນທີ14 ເມສາ,ໜັງສືປົກສີຟ້າການຕ່າງປະເທດຍີ່ປຸ່ນສະບັບປີ2006ທີ່ປະກາດໂດຍກະຊວງການຕ່າງປະເທດຍີ່ປຸ່ນໃນວັນທີ14 ເມສາຂຽນວ່າ,ທິດທາງພື້ນຖານທີ່ຍີ່ປຸ່ນຂະຫຍາຍການພົວພັນຍີ່ປຸ່ນຈີນທີ່ອວ່າຍໜ້າໄປສູ່ອະນາຄົດນັ້ນບໍ່ໄດ້ຫວັ່ນໄຫວຄອນແຄນ.
ໜັງສືປົກສີຟ້າຂຽນວ່າ,ໃນບໍ່ເທົ່າໃດປີມານີ້,ການພົວພັນດ້ານເສດຖະກິດແລະການແລກປ່ຽນບຸກຄະລາກອນລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າຫຼວງຫຼາຍ,ການເພິ່ງພາອາໄສກັນໄດ້ລົງສູ່ລວງເລິກ.ການພັດທະນາຂອງເສດຖະກິດຈີນແມ່ນໂອກາດດີສຳລັບຍີ່ປຸ່ນ.
ໜັງສືປົກສີຟ້າຂຽນວ່າ,ບໍ່ຄວນເຮັດໃຫ້ການພົວພັນຍີ່ປຸ່ນຈີນຢຸດສະຫງັກຍ້ອນບັນຫາທ່ານໂຄອີຈູມີ ຈູນີຊີໂລນະມັດສະກັນວັດຢາຊູຄູນີ.ເພື່ນຫຼີກເວັ້ນບາງບັນຫາສະກັດກັ້ນການພົວພັນຍີ່ປຸ່ນຈີນຂະຫຍາຍຕົວຮອບດ້ານ,ຍີ່ປຸ່ນຈະແກ້ໄຂບັນຫາເຫຼົ່ານິ້ຢ່າງຈິງໃຈໂດຍຜ່ານການສົນທະນາ.
|