|
 |
(GMT+08:00)
2006-04-14 14:22:51
|
 |
ທ່ານຫູຈີນທາວຢ້ຽມຢາມອາເມລິກາຈະມີຜົນສະທ້ອນອັນເລິກເຊິ່ງຍາວໄກຕໍ່ການຊຸກຍູ້ການພົວພັນຈີນອາເມລິກາ
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 13 ເມສາ, ໃນເວລາໃຫ້ສຳພາດໂດຍຈຳເພາະຕໍ່ນັກຂ່າວນັ້ນ, ທ່ານໂຈ່ວເວິນຈົ້ງ ເອກອັກຄະລັດຖະທູດຈີນປະຈຳອາເມລິກາເວົ້າວ່າ, ການໄປຢ້ຽມຢາມອາເມລິກາທາງລັດຖະກິດຂອງທ່ານປະທານຫູຈີນທາວໃນໄວໆນີ້ຈະມີຜົນສະທ້ອນອັນຕັ້ງໜ້າແລະເລິກເຊິ່ງຍາວໄກຕໍ່ການເພີ່ມທະວີການໄປມາຫາສູ່ກັນແລະຮ່ວມມືກັນໃນຂົງເຂດຕ່າງໆລະຫວ່າງສອງປະເທດ, ແລະຊຸກຍູ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງຈີນກັບອາເມລິກາໃນສະຕະວັດທີ 21 ຢ່າງຮອບດ້ານ.
ທ່ານໂຈ່ວເວິນຈົ້ງຊີ້ອອກວ່າ, ການພົວພັນຈີນອາເມລິກາແມ່ນໜຶ່ງໃນບັນດາການພົວພັນສອງຝ່າຍທີ່ສຳຄັນກວ່າໝູ່ໃນໂລກປະຈຸບັນ. ໃນສະເພາະໜ້ານີ້, ການພົວພັນຈີນອາເມລິກາໄດ້ຮັກສາທ່ວງທ່າອັນດີງາມທີ່ຂະຫຍາຍຕົວຢ່າງໝັ້ນທ່ຽງໃນດ້ານກວມລວມ. ພວກຂ້າພະເຈົ້າຫວັງໃຫ້ຈີນອາເມລິກາຈົ່ງຮ່ວມມືກັນແໜ້ນແຟ້ນ ກວ່າເກົ່າ, ຊຸກຍູ້ສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີປາຊິຟິກກໍ່ຄືຂອງໂລກ.
ທ່ານໂຈ່ວເວິນຈົ້ງເວົ້າວ່າ, ການຮ່ວມມືເສດຖະກິດການຄ້າຈີນອາເມລິກາແມ່ນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໄດ້ນຳເອົາຜົນປະໂຫຍດແທ້ຈີງມາໃຫ້ປະຊາຊົນສອງປະເທດ. ພ້ອມກັນນັ້ນ, ທ່ານຍັງກ່າວເນັ້ນວ່າ, ບັນຫາໄຕ້ຫວັນກ່ຽວພັນເຖິງອະທິປະໄຕແລະດິນແດນອັນຄົບຖ້ວນຂອງຈີນ, ແມ່ນບັນຫາແກນກາງທີ່ສຳຄັນກວ່າໝູ່ແລະສະດຸ້ງໄວກວ່າໝູ່ໃນການພົວພັນຈີນອາເມລິກາ. ຫວັງໃຫ້ຝ່າຍອາເມລິກາປະຕິບັດຕາມຄຳໝັ້ນສັນຍາຕໍ່ຝ່າຍຈີນຢ່າງແທ້ຈິງ, ຊຳລະແກ້ໄຂບັນຫາໄຕ້ຫວັນຢ່າງເໝາະສົມ, ພ້ອມກັນກັບຝ່າຍຈີນ, ຮັກສາສັນຕິພາບ, ຄວາມໝັ້ນທ່ຽງຂອງຊ່ອງແຄບໄຕ້ຫວັນແລະຜົນປະໂຫຍດຮ່ວມຂອງຈີນແລະອາເມລິກາ
|
|
|