|
 |
(GMT+08:00)
2006-04-11 13:19:41
|
ປັກກິ່ງກັບລອນດອນຜູກເປັນນະຄອນມິດຕະພາບ
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 10 ເມສາ, ທ່ານວາງຊີຊ່ານ ເຈົ້າຄອງນະຄອນປັກກິ່ງແລະທ່ານເຄັນ ລິວິງສ໌ຕອນ ເຈົ້າຄອງນະຄອນລອນດອນໄດ້ເຊັນສັນຍາການພົວພັນຮ່ວມມືນະຄອນມິດຕະພາບ, ປັກກິ່ງກັບລອນດອນໄດ້ຜູກເປັນນະຄອນມິດຕະພາບ.
ປັກກິ່ງຈະຈັດງານກິລາໂອລິມປີກລະດູຮ້ອນໃນປີ 2008, ສ່ວນລອນດອນໄດ້ຮັບສິດຈັດງານກິລາໂອລິມປີກປີ 2012. ເຈົ້າຄອງນະຄອນສອງທ່ານລ້ວນແຕ່ເຫັນວ່າ, ງານກິລາໂອລິມປີກແມ່ນໂອກາດທີ່ດີສຳລັບການຊຸກຍູ້ການພົວພັນລະຫວ່າງປັກກິ່ງກັບລອນດອນ, ສອງນະຄອນຄວນຖືໂອກາດນີ້ເພີ່ມທະວີການຮ່ວມມືໃນພາລະກິດໂອລິມປີກ.
|
|
|