|
 |
(GMT+08:00)
2006-04-09 20:58:34
|
 |
ທ່ານຊາລອນຈະບໍ່ສາມາດປະຕິບັດໜ້າທີ່ຕຳແໜ່ງຈົນເທົ່າໃດໆ
cri
ຕາມຂ່າວCRI,ວັນທີ9ເມສາ,ກະຊວງຍຸດຕິທຳອິສຣາແອນກ່າວວ່າ,ໃນວັນທີ11ເມສາຈະປະກາດວ່າ,ທ່ານຊາລອນນາຍົກລັດຖະມົນຕີອິສຣາແອນບໍ່ສາມາດປະຕິບັດໜ້າທີ່ຕຳແໜ່ງຈົນເທົ່າໃດໆ.ນີ້ຈະເປັນຂີດໝາຍສະແດງໃຫ້ເຫັນວ່າຍຸກສະໄໝທີ່ນຳໂດຍທ່ານຊາລອນຈະສິ້ນສຸດລົງຢ່າງເປັນທາງການ.
ໂຄສົກຜູ່ໜຶ່ງຂອງກະຊວງຍຸດຕິທຳກ່າວວ່າ,ໃນເວລາທ່ານຊາລອນນອນໂຮງໝໍເມື່ອວັນທີ4ມັງກອນ,ກະຊວງດັ່ງກ່າວປະກາດວ່າທ່ານບໍ່ສາມາດປະຕິບັດໜ້າທີ່ຕຳແໜ່ງຊົ່ວຄາວ.ຕາມກົດໝາຍຂອງອິສຣາແອນ,ໃຫ້ທ່ານໂອເມີດ ຮອງນາຍົກລັດຖະມົນຕີເປັນຜູ່ວ່າການແທນນາຍົກລັດຖະມົນຕີເພື່ອເຂົ້າແທນທ່ານຊາລອນ.ແຕ່ຢ່າງຍາວມີແຕ່100ມື້ເທົ່ານັ້ນ.ປະຈຸບັດ,ໃກ້ຊິຮອດເວລາກຳນົດແລ້ວ,ແຕ່ທ່ານຊາລອນຍັງສະຫຼົບຢູ່,ສະນັ້ນ,ຕ້ອງປະກາດວ່າທ່ານຊາລອນບໍ່ສາມາດປະຕິບັດໜ້າທີ່ຕຳແໜ່ງຈົນເທົ່າໃດໆ.ທ່ານໂອເມີດຈິ່ງສາມາດກາຍເປັນນາຍົກລັດຖະມົນຕີອິສາແອນຢ່າງເປັນທາງການເພື່ອເຂົ້າແທນທ່ານຊາລອນ.
|
|
|