ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 20:52:08    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຜູ້​ນຳ​ຍີ່​ປຸ່ນ​ຄວນ​ປະ​ຕິ​ບັດ​ຕໍ່​ບັນ​ຫາ​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ​ແລະ​ປົວ​ແປງ​ການ​ພົວ​ພັນ​ສອງ​ປະ​ເທດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ6​ເມສາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນ ຊ່າວ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ປະ​ຈຸ​ບັນ​ນີ້,​ການ​ພົວ​ພັນ​ຈີນ​ຍີ່​ປຸ່ນ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ,​ຝ່າຍ​ຈີນ​ເຫັນ​ວ່າ​ທັງ​ນີ້​ບໍ່​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ​ຍີ່​ປຸ່ນ,​ເພາະ​ວ່າ​ປະ​ຊາ​ຊົນ​ຍີ່ປຸ່ນ​ສ່ວນ​ຫຼາຍ​ຄື​ກັນ​ກັບ​ປະ​ຊາ​ຊົນ​ຈີນ ມີ​ເຈດ​ຈຳ​ນົງ​ໃຫ້​ຍີ່​ປຸ່ນ​ຈີນ​ມີ​ໄມ​ຕີ​ຈິດ​ຕໍ່​ກັນ.​ຝ່າຍ​ຈີນ​ເຫັນ​ວ່າ,​ບັນ​ຫາ​ແມ່ນ​ຢູ່​ນຳ​ຜູ້​ນຳ​ຍີ່​ປຸ່ນ​ໄປ​ນະ​ມັດ​ນະ​ການ​ວັດ​ຢາ​ຊື​ຄູ​ນີ​ທີ່​ຕັ້ງ​ປ້າຍ​ວິນ​ຍານ​ຂອງ​ອາ​ຊະ​ຍາ​ກອນ​ສົງ​ຄາມ​ຊັ້ນ​ກ.​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.​ໜ້າ​ທີ່​ຮັບ ຜິດ​ຊອບ​ຮ່ວມ​ຂອງ​ລັດ​ຖະ​ບານ​ສອງ​ປະ​ເທດ​ແມ່ນ​ອີງ​ຕາມ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ,​ໃຊ້​ມາດ​ຕະ​ການ​ອັນ​ຕັ້ງ​ໜ້າ,​ປົວ​ແປງ​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ຍີ່​ປຸນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ລັດ​ຖະ​ບານ​ຈີນ​ໄດ້​ສົ່ງ​ສັນ​ຍານ​ໃຫ້​ຝ່າຍ​ຍີ່​ປຸ່ນຢ່າງ​ຈະ​ແຈ້ງ​ແລ້ວ,​ຫວັງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ມີ​ປະ​ຕິ​ກິ​ລິ​ຍາ.

ທ່ານລິວ​ຈ້ຽນຊ່າ​ວ​ເວົ້າວ່າ,ຝ່າຍ​ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ຫຼັກ​ການ​ຂອງ​ເອກະສານ​ການ​ເມືອງ​ສາມ​ສະ​ບັບ ຄື​ຖະ​ແຫຼງ​ການ​ຮ່ວມ​ຈີນ​ຍີ່​ປຸ່ນ​ເປັນ​ຕົ້ນ,​ສືບ​ຕໍ່​ແກ້​ໄຂ​ບັນ​ຫາ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ​ກັນ​​ບົນ​ພື້ນ​ຖານ​ນ້ຳ​ໃຈ​ທີ່​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ​ແລະ​ອວ່າຍ​ໜ້າ​ໄປ​ສູ່​ອະ​ນາ​ຄົດ,​ປົກ​ປັກ​ຮັກ ສາ​ພາກ​ສ່ວນ​ໃຫຍ່​ຂອງ​ມິດ​ຕະ​ພາບ​ຈີນ​ຍີ່ປຸ່ນ.