|
 |
(GMT+08:00)
2006-04-05 21:01:10
|
 |
ທ່ານນາງອູອີກ່າວວ່າການເພີ່ມທະວີການຮ່ວມມືເສດຖະກິດການຄ້າລະຫວ່າງຈີນອາເມລິກາສອດຄ່ອງກັບຜົນປະໂຫຍດກົກຮາກຂອງສອງປະເທດ
cri
ຕາມຂ່າວສານຊີນຮວາ,ວັນທີ3ເມສາຢູ່ລັດຮາວາຍອາເມລິກາ,ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນທີ່ພວມຢ້ຽມຢາມອາເມລິກາກ່າວວ່າ,ລັກສະນະຕາບຈູນກັນດ້ານເສດຖະກິດແລະລັກສະນະຕ່າງຝ່າຍຕ່າງມີຜົນປະໂຫຍດແຫ່ງການຮ່ວມມືເສດຖະກິດການຄ້າລະຫວ່າງຈີນອາເມລິກາແມ່ນພື້ນຖານແລະກຳລັງດັນໃຫ້ການພົວພັນເສດຖະ ກິດການຄ້າຈີນອາເມລິກາຂະຫຍາຍຕົວຢ່າງຕໍ່ເນື່ອງແລະຍືນຍົງ,ທ່ານນາງອູອີກ່າວວ່າ ການເພີ່ມທະວີການຮ່ວມມືເສດຖະກິດການຄ້າລະຫວ່າງຈີນອາເມລິກາສອດຄ່ອງກັບຜົນປະໂຫຍດກົກຮາກຂອງສອງປະເທດແລະປະຊາຊົນສອງຊາດ.
ທ່ານເຊື່ອໝັ້ນວ່າ,ໂດຍຜ່ານຈາກການແລກປ່ຽນອັນຕັ້ງໜ້າແລະການປຶກສາຫາລືດ້ວຍໄມຕີຈິດ,ກອງປະຊຸມຄະນະກຳມະການຮ່ວມເສດຖະກິດການຄ້າຄັ້ງທີ17ຈະໄດ້ຮັບໝາກຜົນອັນຕັ້ງໜ້າ,ແລະສ້າງບັນຍາກາດອັນຕັ້ງໜ້າໃຫ້ແກ່ການຮັກສາພາກ ສ່ວນໃຫຍ່ຂອງການພົວພັນເສດຖະກິດການຄ້າຈີນອາເມລິກາແລະການພົບປະລະ ຫວ່າງປະມຸກລັດສອງປະເທດ.
ທ່ານນາງອູອີເວົ້າວ່າ,ການພົວພັນເສດຖະກິດການຄ້າຈີນອາເມລິກາແມ່ນພື້ນຖານສຳຄັນແຫ່ງການພົວພັນຈີນອາເມລິກາ,ການພົວພັນເສດຖະກິດການຄ້າທີ່ສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດມີຄວາມໝາຍສຳຄັນຕໍ່ການຂະຫຍາຍການພົວພັນຈີນອາເມລິກາຢ່າງຮອບດ້ານແລະປອດໄສໃນສະຕະວັດໃໝ່.
|
|
|