ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 20:06:53    
ຈີນ​ໄດ້​ພົບ​ເຫັນ​ບໍ່​ອາຍ​ແກັສ​ທຳ​ມະ​ຊາດ​ທີ່​ໃຫຍ່​ກວ່າ​ໝູ່​ນັບ​ມາ​ຮອດ​ປັດ​ຈຸ​ບັນ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ແຂວງ​ເຊ​ສວນ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ3​ເມສາ,​ບໍລິ​ສັດ​ອຸດ​ສາ​ຫະກຳ​ເຄມີ​ນ້ຳມັນ​ເຊື້ອ​ໄຟ​ຫຸ້ນ​ສ່ວນ​ຈຳ​ກັດ​ຂອງ​ຈີນ​ປະກາດ​ວ່າ,​ໄດ້​ພົບ​ເຫັນບໍ່​ອາຍ​ແກັສ​ທຳ​ມະ​ຊາດ​ຜູ​ກ່ວງທີ່​ໃຫຍ່​ກວ່າ​ໝູ່​ພາຍ​ໃນ​ປະ​ເທດ​ຈີນ​ນັບ​ມາ​ຮອດ​ປັດ​ຈຸບັນ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ແຂວງ​ເຊ​ສວນ.

ຕາມ​ການ​ສຳ​ຫຼວດ,​ບໍ່​ອາຍ​ແກັສທຳ​ມາ​ຊາດ​ຜູ​ກ່ວງມີ​ປະລິມານ​ສະ​ສົມ​ທີ່​ຂຸດ​ຄົ້ນ​ໄດ້​250​ກວ່າ​ຕື້​ແມັດ​ກ້ອນ.​ຕາມ​ໄດ້​ຊາບ,​ປັດຈຸ​ບັນ​ບໍ່​ອາຍ​ແກັສ​ທຳ​ມະ​ຊາດ​ດັ່ງ​ກ່າວ​ໄດ້​ມີ​ເງື່ອນ​ໄຂ​ພັດທະນາດ້ານ​ການ​ຄ້າ​ແລ້ວ,​ລັດຖະ​ບານ​ຈີນ​ໄດ້​ອະນຸມັດ​ບໍລິສັດ​ອຸດສາ​ຫະກຳ​ເຄມີ​ນ້ຳມັນ​ເຊື້ອ​ໄຟຂອງ​ຈີນ​ດຳ​ເນີນ​ວຽກ​ງານ​ໄລຍະ​ຕົ້ນ​ຂອງ​ໂຄງການ​ຂຸດ​ຄົ້ນ.

ບຸກຄົນ​ພາຍ​ໃນ​ວົງ​ການ​ກ່າວ​ວ່າ,​ການ​ພົບ​ເຫັນບໍ່​ອາຍ​ແກັສ​ທຳ​ມະ​ຊາດ​ຜູ​ກ່ວງ​ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ຜ່ອນ​ຄາຍ​ສະພາບ​ຂາດ​ເຂີນ​ຊັບພະ​ຍາກອນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ​ຈີນ.