|
 |
(GMT+08:00)
2006-04-03 18:39:13
|
ປະເທດເອີລົບຕາເວັນອອກສຽງໃຕ້ເຫັນດີເລັ່ງລັດສ້າງຕັ້ງປະຊາຄົມພະລັງງານ
cri
ຕາມຂ່າວສານຊີນຮວາ,ຕາມສື່ມວນຊົນເກຼັກລາຍງານວ່າ,ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບວິວັດທະນາການການຮ່ວມມືລະຫວ່າງເອີລົບຕາເວັນອອກສຽງໃຕ້ທີ່ຈັດເປັນເວລາສອງມື້ໄດ້ປິດປະຊຸມຢູ່ເຊຊາໂລນີກີທີ່ເມືອງພາກເໜືອຂອງເກຼັກໃນວັນທີ2ເມສາ.ຖະແຫຼງການຮ່ວມທີ່ກອງປະຊຸມປະກາດນັ້ນຂຽນວ່າ,ບັນດາປະເທດເປັນເອກະສັນກັນເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດພະ ລັງງານ,ເພື່ອຍົກອັດຕານຳໃຊ້ພະລັງງານໃຫ້ສູງຂຶ້ນແລະປະຢັດພະລັງງານ,ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃນພາກພື້ນດັ່ງກ່າວ.
ລັດຖະມົນຕີຫຼືຮອງລັດຖະມົນຕີກະຊວງພະລັງງານທີ່ມາຈາກປະເທດເອີລົບຕາເວັນອອກສຽງໃຕ້ເຊັ່ນ ອານບານີ ລູມານີ ບົສນີ-ແຮກເຊໂກວິນແລະເກຼັກທີ່ເປັນເຈົ້າພາບເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.ອາເມລິກາ ຣັດເຊຍເປັນຕົ້ນໃນຖານເປັນນັກສັງເກດການກໍໄດ້ແຕ່ງຜູ້ແທນໄປເຂົ້າຮ່ວມກອງປະຊຸມ.
|
|
|