|
 |
(GMT+08:00)
2006-03-31 18:57:37
|
 |
ກະຊວງການຕ່າງປະເທດຈີນສະແດງການປະທ້ວງຢ່າງຮຸນແຮງຕໍ່ຝ່າຍຍີ່ປຸ່ນກ່ຽວກັບປື້ມແບບຮຽນຍີ່ປຸ່ນພົວພັນເຖິງບັນຫາເກາະຕ້ຽວອີຂອງຈີນ
cri
Author: shuo
ຕາມຂ່າວCRI:ວັນທີ31ມີນາ,ຜູ້ຮັບຜິດຊອບກົມອາຊີຂອງກະຊວງການຕ່າງປະເທດຈີນໄດ້ນັດພົບອັກຄະລັດຖະທູດຍີ່ປຸ່ນປະຈຳຈີນຕາມຄຳສັ່ງ,ເພື່ອສະແດງການປະທ້ວງຢ່າງຮຸນແຮງຕໍ່ຝ່າຍຍີ່ປຸ່ນກ່ຽວກັບບັນຫາທີ່ປື້ມແບບຮຽນຊັ້ນມັດທະຍົມປາຍງວດໃໝ່ທີ່ລັດຖະບານຍີ່ປຸ່ນພິຈາລະນາຜ່ານຮັບຮອງນັ້ນຂຽນວ່າ ເກາະຕ້ຽວອີ ຂອງຈີນເປັນດິນແດນຂອງຍີ່ປຸ່ນ.
ຜູ້ຮັບຜິດຊອບຜູ້ນີ້ກ່າວເນັ້ນວ່າ,ແຕ່ບູຮານນະການມານີ້,ເກາະຕ້ຽວອີພ້ອມກັບເກາະຕ່າງໆທີ່ຂຶ້ນກັບເກາະຕ້ຽວອີແມ່ນຜືນແຜ່ນດິນຂອງຈີນ,ຝ່າຍຈີນມີຫຼັກອ້າງອີງດ້ານປະຫວັດສາດແລະກົດໝາຍທີ່ໂຕ້ຖຽງບໍ່ໄດ້ຕໍ່ເລື່ອງນີ້.ການກະທຳດັ່ງກ່າວຂອງລັດຖະບານຍີ່ປຸ່ນເປັນການລ່ວງລ້ຳຢ່າງບັງອາດຕໍ່ອະທິປະໄຕແລະຜືນແຜ່ນດິນຂອງຈີນ.ຝ່າຍຍີ່ປຸ່ນໃຊ້ການກະທຳໃດໆແຕ່ຝ່າຍດຽວໃນບັນຫາເກາະຕ້ຽວອີລ້ວນແຕ່ ຜິດກົດໝາຍແລະບໍ່ມີຜົນສັກສິດ.ຜູ້ຮັບຜິດຊອບຜູ້ນີ້ຮຽກຮ້ອງໃຫ້ຝ່າຍຍີ່ປຸ່ນຕັ້ງໜ້າປະຕິບັດຕໍ່ຫຼັກໝັ້ນອັນເຄັ່ງຂຶມແລະຄວາມເອົາໃຈໃສ່ຂອງຝ່າຍຈີນ,ປ່ຽນແປງການຕົກລົງແລະການກະທຳອັນຜິດພາດໃນທັນທີ.
ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນກໍໄດ້ກ່າວລື້ມຫຼັກໝັ້ນອັນເຄັ່ງ ຂຶມຂອງຝ່າຍຈີນໃນງານຊຸມນຸມນັກຂ່າວປະຈຳທີ່ຈັດຂຶ້ນໃນວັນທີ30ມີນາ.
|
|
|