
ຕາມ CRI,ຢູ່ເທິງພູໜ່ວຍໜຶ່ງໃນເຂດພິເສດລິ້ວຈື່ເມືອງລິ້ວພານສຸຍ ພາກຕາເວັນຕົກແຂວງກຸຍໂຈ່ວ ພາກຕາເວັນຕົກສຽງໃຕ້ຂອງຈີນ,ເຜົ່າມົ້ງຊິ້ງເຊິ່ງເປັນກິ່ງງ່າໜຶ່ງຂອງເຜົ່າມົ້ງໄດ້ຕັ້ງພູມລຳເນົາຢູ່ແຫ້ງນີ້.ໃນເວລາບັນພະບູລຸດຂອງມົ້ງຊິ້ງໄປຕັ້ງພູມລຳເນົາຢູ່ແຫ່ງນີ້ມີແຕ່5ຄອບຄົວເທົ່ານັ້ນ.ນັບມາຮອດປັດຈຸບັນໄດ້ສືບທອດກັນມາ10ກວ່າເຊັ່ນຄົນແລ້ວ,ມີປະຫວັດ200ກວ່າປີແລ້ວ.ໃນທົ່ວບ້ານມີ90ກວ່າຄອບຄົວ,490ກວ່າຄົນ,ລ້ວນແຕ່ແມ່ນຊາວເຜົ່າມົ້ງໝົດ,ປາກພາສາທີ່ຂຶ້ນກັບຈູ້ມພາສາມົ້ງໝວດພາສາມົ້ງຢ້າວຕະກຸນພາສາຈີນຕິເບດ.

ປັດຈຸບັນ,ເຜົ່າມົ້ງຊິ້ງຍັງຢູ່ໃນສະພາວະເສດຖະກິດທຳມະຊາດ,ເຈົ້າກົກເຈົ້າເຫຼົ່າ,ນາຍບ້ານແລະໝໍຜີເປັນຜູ່ຮ່ວມກັນຄຸ້ມຄອງບ້ານ.ເຈົ້າກົກເຈົ້າເຫຼົ່າແມ່ນຜູ່ນຳສູງສຸດ,ໝໍຜີແມ່ນຜູ່ນຳຈິດໃຈ,ນາຍບ້ານເປັນຜູ່ຄຸ້ມຄອງທາງບໍລິຫານ.ເຜົ່າມົ້ງຊິ້ງບໍ່ມີຕົວໜັງສືຂອງຕົນ,ແຕ່ຊ່າງຟ້ອນລຳທຳເພງ,ເຊື່ອຖືແລະບູຊາເທວະດາທຳມະຊາດດຶກດຳບັນ.

1 2 3 4 5 6 7 8
|