ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 20:40:28    
ຈີນ​ຈະ​ດັດ​ແປງ​ສິ່ງ​ກໍ່​ສ້າງ​ໃຫ້​ປະ​ຢັດ​ພະ​ລັງ​ງານ​ຢ່າງ​ຂະ​ໜາດ​ໃຫຍ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ29​ມີນາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິວ​ປາວ​ຊິງ ຮອງ​ລັດຖະມົນຕີ​ກະ​ຊວງ​ກໍ່​ສ້າງ​ຈີນ​ກ່າວ​ວ່າ,ຈີນ​ຈະ ດັດ​​ແປງສິ່ງ​ກໍ່ສ້າງ​​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໃຫ້​ປະ​ຢັດ​ພະ​ລັງ​ງານ​ຢ່າງ​ຂະ​ໜາດ​ໃຫຍ່,ປັດຈຸບັນ​ໄດ້​ເລີ່​ມຕົ້ນ​ກາ​ນດັດ​ສ້າງ​ສິ່ງ​ກໍ່​ສ້າງ​ເຮັດ​ການ​ຂອງ​ອົງ​ການ​ປົກ​ຄອງ​ແລ້ວ.

ໃນ​ເວລາ​ພົບ​ປະ​ຄະນະ​ຜູ່​​ແທນ​ກຸ່ມ​ມາດຖານ​ອາ​ເມ​ລິ​ກາ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິ່ງ​ກໍ່​ສ້າງ​ສີຂຽວ​ທີ່​ມີ​ສະຕິ​ປັນຍາ​ແລະ​ສິ່ງ​ກໍ່ສ້າງ​ທີ່​ປະ​ຢັດ​​ງານ​ສາ​ກົນ​ຄັ້​ງທີ​ສອງ,​ທ່ານ​ຊິວ​ປາວ​ຊິງ​ກ່າວ​ວ່າ,ການ​ດັດ​ສ້າງ​ສິ່ງ​ກໍ່ສ້າງ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ໃຫ້​ປະ​ຢັດ​ພະ​ລັງ​ງານ​ແມ່ນ​ບາດ​ກ້າວ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ສິ່ງ​ກໍ່ສ້າງ​ທີ່ປະຢັດ​ພະ​ລັງ​ງານ,​ສ້າງ​ສັງ​ຄົມ​ແບບ​ປະຢັດ​ຊັບ​ພະ​ຍາ​ກອນ​ແລະມີ​ໄມຕີ​ຈິດ​ຕໍ່ສິ່ງ​ແວດ​ລ້ອມ.

ຕາມ​​ເປົ້າໝາຍຂອງ​ລັດຖະບານ​ຈີນ,​ເມື່ອ​ຮອດ​ປີ2020​ຕ້ອງ​ສຳ​ເລັດ​ການ​ດັດ​​ແປງ​ສິ່ງ​ກໍ່ສ້າງ​ສ່ວນ​ຫຼາຍ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໃຫ້​ປະຢັດ​ພະລັງງານ.