ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 14:30:15    
ຮອງ​ນາຍົກລັດຖະມົນ​ຕີ​ຈີນ​ເນັ້ນ​ໜັກ​ການ​ພັດ​ທະ​ນາ​ສິ່ງ​ກໍ່​ສ້າງ​ສີ​ຂຽວ​ເພື່ອ​ຫຼຸດ​ການ​ສິ້ນ​​ເປືອງ​ພະ​ລັງ​ງານ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 28 ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈິ່ງ​ເຜິ​ຍອຽນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຈີນກ່າວ​ວ່າ, ຈີນ​ຈະ​ເລັ່ງລັດ​ສ້າງສາ​ສັງຄົມ​ແບບ​ປະຢັດ​ຊັບພະຍາ​ກອນ​ແລະ​ແບບ​ໄມ​ຕີ​ຈິດ​ກັບ​ສິ່ງ​ແວດ​ລ້ອມ, ຕັ້ງໜ້າ​ຊຸກ​ຍູ້​ປະຕິບັດ​ມາດຖານ​ສິ່ງ​ກໍ່ສ້າງ​ສີ​ຂຽວ, ອອກ​ແຮງ​ພັດ​ທະ​ນາ​ສິ່ງ​ກໍ່ສ້າງ​ແບບ​ປະຢັດ​ພະລັງງານ​ແລະ​ປະຢັດ​ທີ່​ດິນ.

ສິ່ງ​ກໍ່ສ້າງ​ສີຂຽວ​ໝາຍ​ເຖິງ​ສິ່ງ​ກໍ່ສ້າງ​ທີ່​ມີ​ຜົນ​ສະທ້ອນ​ຕໍ່​ສິ່ງ​ແວດ​ລ້ອມ​​ໃນລະ​ດັບ​ຕ່ຳ​ສຸດ​ໃນ​ການ​ກໍ່ສ້າງ​ແລະ​ນ້ຳ​ໃຊ້, ຈຸດ​ພິ​ເສດຕົ້ນຕໍ​ແມ່ນ​ປະຢັດ​ພະລັງງານ ປະ​ຢັດ​ນ້ຳ ປະ​ຢັດ​ວັດ​ສະ​ດຸ​ກໍ່ສ້າງ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ.

​ໃນ​ເວລາ​ເຂົ້າຮ່ວມ​ງານ​ເອັກສ໌​ໂປ​ກ່ຽວ​ກັບ​ສິ່ງ​ກໍ່ສ້າງ​ສີຂຽວ​ແລະ​ສິ່ງ​ກໍ່ສ້າງ​ປະ​ຢັດ​ພະ​ລັງ​ງານ​ໃນ​ມື້​ດຽວ​ກັນ, ທ່ານ​ເຈິ່ງ​ເຜິ​ຍອຽນ​ກ່າວ​ວ່າ, ​ໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ປະ​ຕິ​ບັດ​ມາດຖານ​ສີ​ຂຽວຕໍ່​ສິ່ງ​ກໍ່ສ້າງ​ໃໝ່, ປະຕິບັດ​ມາດຖານ​ປະຢັດ​ພະ​ລັງ​ງານ​ຢ່າງ​ເຂັ້ມ​ງວດ, ຊຸກ​ຍູ້​ການ​ດັດ​ສ້າງ​ສິ່ງ​ກໍ່ສ້າງ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ໃຫ້​ປະຢັດ​ພະລັງງານຢ່າງ​ໜັກ​ແໜ້ນ. ນອກ​ນີ້, ຈີນ​ຍັງ​ຈະ​ເພີ່ມ​ທະວີ​ການ​ຊີ້​ນຳ​ດ້ານນະ​ໂຍບາຍ​ແລະ​ການ​ສ້າງສາ​ລະບົບ​ກົດ​ໝາຍ, ສ້າງ​​ແລະ​ບູລະນະລະບົບກົດ​ບັນຍັດ​ກ່ຽວ​ກັບ​ສິ່ງ​ກໍ່ສ້າງ​ປະຢັດ​ພະລັງງານ​ໃຫ້​ສົມ​ບູນ​ຂຶ້ນ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ມາດຖານ​ທີ່​ກ່ຽວຂ້ອງ.