ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 10:05:38    
ທ່ານ​ລີ​ອານ ຜູ່​ກຳ​ກັບ​ການ​ສະ​ແດງ​ຮູບ​ເງົາ​ຊາວ​ຈີນ(ສຽງ)

cri Author: sayvanny

​ເມື່ອ​ເວົ້າ​ເຖິງ​ຮູບ​ເງົາ​ພາສາ​ຈີນສາມ​ເລື່ອງ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ດັ່ງກ່າວນີ້, ທ່ານ​ລີ​ອານ​ເຫັນ​ວ່າ:
ຮູບ​ເງົາພາສາ​ຈີນ​ຂອງ​ຂ້າພະ​ເຈົ້າ​ກໍ່​ແມ່ນ​​ໂຄງ​ເລື່ອງສາກົນ, ​ເວົ້າສຳລັບ​ຂ້າພະ​ເຈົ້າ​ເອງ​ແລ້ວ​ແມ່ນ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ.ຮູບ​ເງົາ​ເຫ​ລົ່ານີ້​ລ້ວນ​ແຕ່​ກ່າວ​ເຖິງມະນຸດ​ສະຍະ​ພາບ,​ເພາະວ່າ​ມະນຸດ​ສະຍະ​ພາບ​ແມ່ນ​ສັບ​ສົນ​ທີ່​ສຸດ, ສາມາດ​ຄົ້ນຄວ້າ​ຈາກ​ຫລາຍ​ແງ່, ​ເຊັ່ນ​​ອາລົມ​ຈິດ​ແລະ​​ຄອບ​ຄົວ​ເປັນຕົ້ນ.
ປີ 1995,ທ່ານ​ລີ​ອານ​ໄດ້​ເຂົ້າສູ່​ຖັນ​ແຖວ​ຜູ່​ກຳກັບ​ການສະ​ແດງກະ​ແສ​ຫລັກ​ຂອງ​ໂຮ​ລີ​ວູດຢ່າງ​ເປັນ​ທາງ​ການ.​ໃນ​ປີນັ້ນ, ທ່ານ​ໄດ້​ກຳກັບ​ການສະ​ແດງ​ຮູບ​ເງົາ​ເລື່ອງ​ SENSE AND SENSIBILITY ​ເຊິ່ງດັດ​ແປງ​ມາຈາກນະ​ວະ​ນິຍາຍ​ຊື່​ດຽວ​ກັນຂອງທ່ານນາງ​ແຈນສ.ອົສທິງ.ທ່ານ​ລີ​ອານ ທີ່​ເປັນ​ຄົນ​ຝ່າຍ​ຕາ​ເວັນ​ອອກ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ຮັກ​ແພງທີ່​ອ່ອນ​ໂຍນ​ຂອງ​ຊາວ​ຝ່າຍ​ຕາ​ເວັນ​ຕົກ​ດ້ວຍ​ວິທີ​ລັດທິ​ຕົວ​ຈິງ​ທີ່​ມີ​​ເອກະລັກພິ​ເສດ.ຮູບ​ເງົາ​ເລື່ອງ​ນີ້​ໄດ້​ຮັບ​ລາງວັນ​ຫມີ​ຄຳ​ໃນ​ງານ​ຮູບ​ເງົາ​ແບກ​ແລງດ​ແລະ​ໄດ້​ຖືກ​ສະ​ເຫ​ນີຊື່​​ເປັນ​ຮູບ​ເງົາ​ຍອດ​ຢ້ຽມ​ຂອງ​ງານ​ອົສກາ.



ພາຍຫລັງ​ໄດ້​ກຳກັບ​ຮູບ​ເງົາ​ຫລາຍ​ເລື່ອງ​ທີ່​ມີ​​ເນື້ອ​ໃນ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ແລ້ວ, ທ່ານ​ລີ​ອານ​ກໍ່​ກັບ​ມາ​ກຳ​ກັບ​ເລື່ອງ​ກ່ຽວ​ກັບ​ຝ່າຍ​ຕາ​ເວັນ​ອອກ​ທີ່​ທ່ານ​ຄຸ້ນ​ເຄີຍ.ປີ 2001,ຮູບ​ເງົາ​ເລື່ອງ​ CROUCHING TIGER HIDDEN DRAGON ທີ່​ທ່ານ​ລີ​ອານ​ເປັນ​ຜູ່​ກຳກັບ​ການສະ​ແດງ​ນັ້ນ​ໄດ້​ເປັນ​ຮູບ​ເງົາ​ພາສາ​ຈີນ​ທີ່​ໄດ້​ຮັບ​ລາງວັນ​​ຮູບ​ເງົາຍອດ​ຢ້ຽມ​ພາສາ​ຕ່າງປະ​ເທດ​ໃນ​ງານ​ອົສກາ​ເລື່ອງ​ທຳ​ອິດ.​ໃນ​ຮູບ​ເງົາ​ດັ່ງກ່າວ, ທ່ານ​ລີ​ອານ​ໄດ້​ເອົາ​ວັດທະນະທຳ​ກັງ​ຟູ​ດັ້ງ​ເດີມ​ຂອງ​ຈີນ​ເຊື່ອມ​ໂຍງເຂົ້າ​ໃນ​ເລື່ອງ​ໂສກ​ເສົ້າທີ່​ລະ​ອິດ​ລະ​ອ້ຽວ,​ເອົາ​ພາບ​ວິວທິວ​ທັດ​ອັນ​ສວຍ​ງາມ​ປະສົມ​ປະສານ​ກັບ​ວາດ​ຫລິ້ນ​ກັງ​ຟູ​ທີ່​ສະຫງ່າ​ງາມ,​ ​ກາຍ​ເປັນ​ຮູບ​ເງົາ​ກັງ​ຟູ​ແບບ​ໃຫມ່.ພາຍຫລັງ​ຮູບ​ເງົາ​ດັ່ງກ່າວ​​ໄດ້​ເອົາ​ອອກ​ມາ​ສາຍ​ໃຫ້​ເບິ່ງ​ແລ້ວ,​ໄດ້​ກໍ່ກະ​ແສ​ເຫີ່ກັນ​ນິຍົມ​ກັງ​ຟູພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

1  2  3  4