ຕາມຂ່າວສານຊິນຮວາ:ວັນທີ25 ມີນາ,ຢູ່ປັກກິ່ງ,ທ່ານຈີນຢຶນຊີ້ງ ລັດຖະມົນຕີກະຊວງການເງິນຈີນກັບທ່ານຊາດາຄາຊູ ທານີກາຄີ ລັດຖະມົນຕີກະຊວງການເງິນຍີ່ປຸ່ນຈັດການສົນທະນາລະຫວ່າງລັດຖະມົນຕີກະຊວງການເງິນຈີນຍີ່ປຸ່ນຄັ້ງປະຖົມມະເລີກ.ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນຢ່າງຊື່ກົງກ່ຽວກັບນະໂຍບາຍເສດຖະກິດການເງິນລະຫວ່າງປະເທດທັງສອງຈີນຍີ່ປຸ່ນພ້ອມສະພາວະພັດທະນາເສດຖະກິດພາກພື້ນກໍຄືທົ່ວໂລກ.
ສອງຝ່າຍຕົກລົງວ່າ,ການສົນທະນາລະຫວ່າງລັດຖະມົນຕີກະຊວງການເງິນຈີນຍີ່ປຸ່ນຄັ້ງທີ່ສອງຈະຈັດຂຶ້ນຢູ່ໂຕກຽວ ຍີ່ປຸ່ນໃນປີໜ້າ.
ຫຼັງກອງປະຊຸມ,ລັດຖະມົນຕີກະຊວງການເງິນສອງທ່ານໄດ້ປະກາດບົດຖະແຫຼງຂ່າວວ່າ,ໃນຊູ່ມື້ນີ້ທີ່ໂລກາພິວັດນັບມື້ນັບລົງເລິກ,ລະດັບອາໄສເຊິ່ງກັນແລະກັນລະຫວ່າງເສດຖະກິດຈີນຍີ່ປຸ່ນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.ເພື່ອຊຸກຍູ້ການຮ່ວມມືໃນບັນຫາການເງິນແລະການທະນາຄານລະຫວ່າງຈີນຍີ່ປຸ່ນຕື່ນອີກ,ລັດຖະມົນຕີກະຊວງການເງິນສອງຝ່າຍຕົກລົງເພີ່ມທະວີການຮ່ວມມືລະຫວ່າງກະຊວງການເງິນສອງປະເທດ,ເຫັນດີເຮັດວຽກເພື່ອສ້າງຕັ້ງກົນໄກສົນທະນາການເງິນລະຫວ່າງຈີນຍີ່ປຸ່ນ,ແລະເຫັນວ່ານີ້ມີຜົນດີຕໍ່ການເພີ່ມທະວີຄວາມຈະເລີມຮຸ່ງເຮືອງຂອງອາຊີກໍຄືຂອງໂລກ.
|