ຕາມຂ່າວສານຊິນຮວາ: ປີນີ້ ຈີນຈະສືບຕໍ່ດຳເນີນການເຄື່ອນໄຫວສະເພາະປັບປຸງແລະລົງໂທດວິສາຫະກິດທີ່ລະບາຍສິ່ງເຊື່ອມພິດຢ່າງຜິດກົດໝາຍ, ໂຈມຕີການກະທຳລະບາຍສິ່ງເຊື່ອມພິດຢ່າງຜິດກົດໝາຍຂອງວິສາຫະກິດ, ຮັບປະກັນຄວາມປອດໄພດ້ານສຸຂະພາບແລະຊີວິດຂອງມວນຊົນຢ່າງແທ້ຈິງ.
ໃນກອງປະຊຸມທີ່ກ່ຽວຂ້ອງເທື່ອໜຶ່ງທີ່ຈັດຂຶ້ນຫວ່າງບໍ່ດົນນີ້, ທ່ານຈ່າງລີ້ຈິ່ນ ຮອງຫົວໜ້າກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນແນະນຳວ່າ, ການເຄື່ອນໄຫວສະເພາະນີ້ຈະສຳຫຼວດກວດກາສິ່ງເຊື່ອມພິດທີ່ມີຄວາມອັນຕະລາຍຕໍ່ຄວາມປອດໄພຂອງແຫຼ່ງນ້ຳກິນ, ຖືການປັບປຸງແລະລົງໂທດວິສາຫະກິດລະບາຍສິ່ງເຊື່ອມພິດທີ່ມີຄວາມອັນຕະລາຍຕໍ່ແຫຼ່ງນ້ຳກິນຢ່າງໜັກໜ່ວງນັ້ນເປັນຈຸດໜັກ; ປັບປຸງແລະແກ້ໄຂບັນຫາເຊື່ອມພິດສິ່ງແວດລ້ອມຂອງເຂດພັດທະນາອຸດສາຫະກຳປະເພດຕ່າງໆ, ໂຈມຕີຢ່າງເຂັ້ມງວດຕໍ່ການກະທຳລະບາຍສິ່ງເຊື່ອມພິດຢ່າງຜິດກົດໝາຍ; ສຳຫຼວດແລະຊຳລະໂຄງການກໍ່ສ້າງທີ່ກະທົບກະເທືອນເຖິງການຕີລາຄາສິ່ງແວດລ້ອມຢ່າງເຄັ່ງຂຶມ, ເດັດດ່ຽວຄວບຄຸມແຫຼ່ງເຊື່ອມພິດໃໝ່.
ຕາມໄດ້ຊາບ, ປີກາຍນີ້, ຈີນໄດ້ກວດກາວິສາຫະກິດ 5 ແສນ 6 ໝື່ນແຫ່ງ, ໄດ້ຊຳລະຄະດີລະເມີດກົດໝາຍສິ່ງແວດລ້ອມປະເພດຕ່າງໆ 1 ໝື່ນ 4000 ຄະດີ.
|