ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-24 11:31:27    
ຜູ່​ແທນ​ພັກ​ໂຄ​ເມ​ໂຕະ​ຍີ່​ປຸ່ນ​ຕິ​ຕຽນ​ລັດ​ຖະ​ບານ​ເລື່ອນ​ເວ​ລາ​ຕົກ​ລົງ​ໃຫ້​ຈີນ​ກູ້​ຢືມ​ເງິນ​ເຢັນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ23​ມີນາ,​ທ່ານ​ຄານ​ຈາ​ຄິ ທາ​ເຄ​ໂນ​ລີ ຜູ່​ແທນ​ພັກ​ໂຄ​ເມ​ໂຕະ​ຍີ່​ປຸ່ນ​ໄດ້​ຕິຕຽນ​ກະຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ຢ່າງ​ເຂັ້ມ​ງວດ​ທີ່​ເລື່ອນ​ເວ​ລາທຳ​ການ​ຕົກລົງ​ກ່ຽວ​ກັບ​ຍີ່​ປຸ່ນ​ສະ​ໜອງ​ເງິນ​ກູ້​​ເປັນ​ເງິນ​ເຢັນ​ໃຫ້​ຈີນ​ໃນ​​ສົກ​ປີ2005,​ເຫັນ​ວ່າການ​​ເຮັດ​ແນວ​ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ການ​ປົວ​ແປງ​ການ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນກັບຈີນ​ໃຫ້​ດີ​ຂຶ້ນ.

ທ່ານ​ຄານ​ຈາ​ຄິ ທາ​ເຄ​ໂນ​ລີ ກ່າວ​ວ່າ,ກໍ​ ​ຍ້ອນ​ການ​ພົວພັນ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ຈີນ​ມີ​ບັນ​ຫາ,ລະຫວ່າງ​ຫົວໜ້າ​ລັດຖະບານ​ບໍ່​ສາມາດ​ດຳ​ເນີນ​ການ​ແລກປ່ຽນກັນ​ໄດ້,ຈິ່ງ​ຕ້ອງ​ການ​ໃຊ້​ຮູບ​ການ​ຕ່າງໆ​ພະຍາຍາມ​ປົວ​ແປງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ສະ​ນັ້ນ​ບໍ່​ຄວນ​ເລື່ອນ​ເວ​ລາ​ຕົກ​ລົງ​ໃຫ້​ຈີນ​ກູ້​ຢືມ​ເງິນ​ເຢັນ.

ທ່ານ​ຄານ​ຈາ​ຄິ ທາ​ເຄ​ໂນ​ລີ ຍັງ​ກ່າວ​ວ່າ,ບັນຫາ​ສິ່ງ​ແວດ​ລ້ອມ​ແມ່ນ​ຫົວ​ຂໍ້​ຮ່ວມ​ຂອງ​ຍີ່​ປຸ່ນ​ແລະ​ຈີນ,​ເພື່ອ​ປະຕິບັດ​ນະ​ໂຍບາຍ​ອະນຸລັກ​ສິ່ງ​ແວດ​ລ້ອມ,ຍີ່​ປຸ່ນມີ​ຄວາມ​ຈຳ​ເປັນ​ສະ​ໜອງ​ເງິນ​ ​ເຢັນ​ໃຫ້​ຈີນ​ກູ້​ຢືມ.