|
 |
(GMT+08:00)
2006-03-24 11:00:20
|
 |
ກຸ່ມປະເທດສະຫນອງນິວເຄຼຍສະແດງຄວາມສົງໃສຕໍ່ສັນຍາຮ່ວມມືພະລັງງານນິວເຄຼຍພົນລະເຮືອນລະຫວ່າງອາເມລິກາກັບອິນເດຍ
cri
Author: sayvanny
ຕາມຂ່າວສານຊິນຮວາ: ວັນທີ 23 ມີນາ ກຸ່ມສະຫນອງນິວເຄຼຍໄດ້ຈັດກອງປະຊຸມຫນ່ວຍໃຫ້ຄຳປຶກສາໃນກຸ່ມຢູ່ກຸງວຽນ,ພາຍຫລັງໄດ້ຮັບຟັງການແນະນຳຂອງຜູ່ແທນອາເມລິກາກ່ຽວກັບອາເມລິກາ ອິນເດຍເຊັນສັນຍາຮ່ວມມືພະລັງງານນິວເຄຼຍພົນລະເຮືອນໃນຕົ້ນເດືອນນີ້ແລ້ວ, ປະເທດສະມາຊິກສ່ວນຫນຶ່ງໄດ້ສະແດງຄວາມສົງໃສຕໍ່ເນື້ອໃນຂອງສັນຍາດັ່ງກ່າວ.
ຂ່າວແຈ້ງວ່າ, ນອກຈາກອັງກິດໄດ້ເຫັນດີນຳສັນຍາດັ່ງກ່າວຢ່າງສົມບູນແລ້ວ, ຫລາຍປະເທດສະມາຊິກຂອງກຸ່ມດັ່ງກ່າວລ້ວນແຕ່ເຫັນວ່າ, ຈຸດສຳຄັນໃນສັນຍາທີ່ຝ່າຍອາເມລິກາອະທິບາຍນັ້ນບໍ່ສາມາດເຮັດໃຫ້ຄົນຍອມເຊື່ອ, ບໍ່ໄດ້ຮຽກຮ້ອງໃຫ້ອິນເດຍໃຊ້ມາດຕະການຫລຸດກຳລັງລົບນິວເຄຼຍຂອງເຂົາ, ແລະກໍ່ບໍ່ໄດ້ກຳນົດຢ່າງຈະແຈ້ງວ່າ, ອິນເດຍໃນຖານເປັນປະເທດທີ່ບໍ່ໄດ້ເຊັນສົນທິສັນຍາບໍ່ແຜ່ຜາຍອາວຸດນິວເຄຼຍ,ຈະເຂົ້າຮ່ວມໂຄງປະກອບບໍ່ແຜ່ ຜາຍນິວເຄຼຍສາກົນດ້ວຍຄຸນວຸທິແນວໃດ,ແລະອົງການພະລັງງານປະລະມານູສາກົນຈະກວດກາສິ່ງກໍ່ສ້າງນິວເຄຼຍຂອງເຂົາດ້ວຍຫລັກອ້າງອີງແນວໃດແລະບັນຫາອື່ນໆ. ສະນັນ, ກຸ່ມດັ່ງກ່າວຍັງມີຄວາມຈຳເປັນຫາລືກັນຕື່ມອີກກ່ອນຈະຕົກລົງວ່າຈະອະນຸມັດສັນຍາດັ່ງກ່າວຫລືບໍ່.
|
|
|