ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 16:36:42    
ທ່ານ​ຖາວ​ເຈີ​ກັບ​ເພງ​ຂອງ​ທ່ານ

cri Author: mo



ໃນ​ເວລາ​ຈັດ​ທຳCD​ແຜ່ນ​ນີ້, ທ່ານ​ຖາວ​ເຈີ​ໄດ້​ເຮັດ​ເອງ​ທັງ​ໝົດ, ພ້ອມ​ທັງ​​ໄດ້​ເອົາເພງ​ຂອງ​ຄົນ​ໃໝ່​ຢ່າງ​ກ້າຫານ, ​ໄດ້​​ລວມ​ເອົາ​ປັດ​​ໄຈດົນຕີຫຼາຍກວ່າ​ເກົ່າ. ​ໃນCD​ແຜ່ນ​ນີ້, ​ມີ​ເພງ​ໜຶ່ງ​ຊື່ວ່າ"su san shuo" ​ແປ​ວ່າ"​ຊູ​ຊານ​ເວົ້າວ່າ", ​ເພງ​ນີ້​ຕົ້ນຕໍແມ່ນ​ທຳນອງR&B​, ​ພ້ອມ​ທັງ​ເອົາ​ບາງ​ຕອນ​ຂອງ​ເພງ​ພື້ນ​ເມືອງ​ຈີນ​ແລະບາງ​ຕອນຂອງ​ງີ້ວ​ປັກ​ກິ່ງ"​ເລື່ອງ​ຄຸມ​ຕົວ​ສົ່ງຊູ​ຊານ", ຮູ້ສຶກ​ພິ​ເສດ​ທັງ​ມ່ວນຫຼາຍ, ​ເຊີນ​ຟັງ​ເພງ​ນີ້​ນຳ​ກັນ.

ໃນ​ສະ​ໄໝ​ນີ້, ​ເພງ​ສະ​ໄໝນິຍົມ​ຈີນ​ມັກ​ປະກອບ​ເຄື່ອງ​ດົນຕີຫຼາຍຢ່າງຫຼາຍ​ແນວ​ຢ່າງ​ສັບສົນລວດລາຍ​, ​ແຕ່ທ່ານ​ຖາວ​ເຈີ​ພັດ​ກັບ​ຄືນ​ສູ່​ທຳ​ມະ​ຊາດ, ​ໄດ້​ຈຳກັດ​ຈຳນວນ​ຄົນ​ໃນ​ຄະນະ​ດົນຕີ, ​ແຕ່ລະເພງ​​ມີ​​​ເຄື່ອງ​ດົນຕີ​ເສບ​ສະຫຼັບບໍ່​ໃຫ້​ກາຍ 4 ຢ່າງ, ​​ໃຫ້ໃຊ້​ແຕ່​ກິ​ຕາ​ໄມ້ ກິ​ຕາ​ໄຟຟ້າ ​ແລະ​​ເປ​ຍ​ໂນ​​, ​ເຮັດ​ໃຫ້​ຄົນ​ມີ​ຄວາມ​ຮູ້ສຶກ​ສົດ​ໃສ. ​ໃນCD​ແຜ່ນ​ນີ້, ລັກສະນະ​ກວມ​ລວມຂອງ​ດົນຕີອາດ​ຈະ​ບໍ່​ແມ່ນ​ເປັນ​ແບບR&Bໝົດ, ​ແຕ່​ເວົ້າລວມ ຟັງ​ແລ້ວ​ຮູ້ສຶກ​ຄ່ອງ​ຫູ ​ສົດ​ໃສ ທຳ​ມະ​ຊາດ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"Ai shi ge shen me dong xi" ຄວາມ​ຮັກ​ແມ່ນ​ຫຍັງ? ​ໃນ​ເພງ​ນີ້, ທ່ານ​ຖາວ​ເຈີ​ຖາມ​ຄົນ​ທັງຫຼາຍ​ແບບ​ເບົາ​ອົກ​ເບົາ​ໃຈ​ວ່າ, "ຄວາມ​ຮັກ​ມັນ​ຊິ​ມີຫຍັງ? ຂ້ອຍ​ສົງ​ໃສ. ຄວາມ​ຮັກ​ຊິ​ມີຫຍັງ? ມີ​ບໍ່​ມີ​ກໍ​ບໍ່​ເປັນ​ຫຍັງ." ນີ້​ອາດ​ຈະ​ແມ່ນ​ທັດສະນະ​ຄວາມ​ຮັກ​ຂອງ​ຊາວ​ໜຸ່ມ​ໃນ​ຕົວ​ເມືອງ​ປັດຈຸບັນ, ຖ້າ​ມີ​ກໍ​ແຮ່ງ​ດີ, ຖ້າ​ບໍ່​ມີ, ກໍ​ບໍ່​ເປັນ​ຫຍັງ.



ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"sun zi bing fa" ວິທະຍາ​ຍຸດ​ຂອງ​ຊຸ່ນ​ຈື ​ໃນCD​ແຜ່ນ​ນີ້. ທ່າວ​ຖາວ​ເຈີ​ໄດ້​ຮ່ວມ​ມື​ກັບ​ຄະນະ​ດົນຕີ​ຜູ້​ຍິງ 12 ຄົນຂອງ​ເຂດ​ໃນ​ຈີນ, ​ເອົາ​ເຄື່ອງ​​ເສບ​ຝ່າຍຕາ​ເວັນ​ຕົກ​ປະສານ​ສົມທົບ​ກັບ​ເຄື່ອງ​ເສບ​ຊົນ​ຊາດຢ່າງ​ດີ​ງາມ, ​ເຮັດ​ໃຫ້​ດົນຕີ​ມີ​ຄວາມ​ຍິ່ງ​ໃຫຍ່ສະຫງ່າ. ທ້າວ​ຖາວ​ເຈີ​ກໍ​ເອົາ​ໃຈ​ໃສ່​ນຳໂລກ​ນີ້​ຈາກ​ມຸນ​ແຈ​ໃໝ່: ​ເປັນ​ຫຍັງ​ຄົນ​ທັງຫຼາຍຈຶ່ງມັກ​ຂໍ​ເອົາຫຼາຍສິ່ງຫຼາຍຢ່າງ​​ໃນ​ນາມ​ຄວາມ​ຮັກ, ​ໂລກ​ນີ້​ຈະ​ເປັນ​ແນວ​ໃດ? ຕໍ່​ໄປ​ເຊີນ​ຟັງ​ເພງ"sun zi bing fa" ວິທະຍາ​ຍຸດ​ຂອງ​ຊຸ່ນ​ຈື.

ທ່ານ​ຜູ້​ຟັງ​, ກ່ຽວ​ກັບCD​ແຜ່ນ​ໃໝ່​ຂອງ​ທ່ານ​ຖາວ​ເຈີ​ທີ່​ຊື່ວ່າ"Tai ping sheng shi"ຍຸກ​ສະ​ໄໝ​ຮຸ່ງ​ເຮືອງ​ສັນຕິ ຂໍ​ສະ​ເໜີ​ພຽງ​ທໍ່ນີ້. ຂອບ​ໃຈ​ທ່ານ​ຮັບ​ຟັງ, ສະບາຍດີ.
1  2  3