|
 |
(GMT+08:00)
2006-03-20 11:35:44
|
 |
ທ່ານຮານີເຢສະເໜີບັນຊີລາຍຊື່ລັດຖະບານຊຸດໃໝ່ແລະໂຄງການການເມືອງ
cri
ຕາມຂ່າວCRI,ວັນທີ19ມີນາ,ຢູ່ກາຊາ,ທ່ານອິສມາອິນຮານີເຢ ນາຍົກລັດຖະມົນຕີຜູ່ ໃໝ່,ຜູ່ນຳອົງການຮາມາສຂອງປາເລັສຕິນໄດ້ຍື່ນບັນຊີລາຍຊື່ລັດຖະບານຊຸດໃໝ່ແລະ ໂຄງການການເມືອງໃຫ້ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນ ຢ່າງເປັນທາງການ.
ຕາມໄດ້ຊາບ,ຄະນະລັດຖະບານຊຸດໃໝ່ປະກອບດ້ວຍລັດຖະມົນຕີ24ທ່ານ.ແຕ່ທ່ານຮານີເຢບໍ່ໄດ້ເຜີຍໃຫ້ຮູ້ລາຍລະອຽດກ່ຽວກັບລັດຖະມົນຕີ.
ກ່ຽວກັບໂຄງການການເມືອງ,ສື່ມວນຊົນທ້ອງຖິ່ນເຜີຍໃຫ້ຮູ້ວ່າ,ໂຄງການດັ່ງກ່າວຕົ້ນຕໍຈະລວມທັງການຍຶດໝັ້ນເອົາການຕໍ່ຕ້ານເປັນຊ່ອງທາງເພື່ອສິ້ນສຸດການຍຶດຄອງ,ຊຳລະສັນຍາທີ່ເຊັນກັບອິສຣາແອນໃນເມື່ອກ່ອນດ້ວຍຫຼັກໝັ້ນທີ່ຮັບຜິດຊອບໃນລະດັບສູງແລະເນື້ອໃນອື່ນໆ.
ພາຍຫຼັງໄດ້ຮັບບັນຊີລາຍຊືລັດຖະບານຊຸດໃໝ່ແລະໂຄງການການເມືອງແລ້ວ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນກ່າວວ່າ,ພາກສ່ວນທີ່ກ່ຽວຂ້ອງຈະສຳເລັດບາດກ້າວປາຍຂອງການປະກອບຄະນະລັດຖະບານຕາມລະບຽບກົດໝາຍ,ແຕ່ທ່ານປະຕິເສດບໍ່ສະແດງທ່າທີອັນແຈ່ມແຈ້ງກ່ຽວກັບຈະເຫັນດີນຳແຜນການປະກອບຄະນະລັດຖະບານຂອງອົງການຮາມາສຫຼືບໍ່.
|
|
|