ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 18:20:11    
ກອງ​ປະກອບ​ອາວຸດ​ຕ້ານ​ລັດ​ຖະ​ບານ​ຂອງ​ໄທ​ຫຼອນ​ໂຈມ​ຕີ​ອາ​ຄານ​ລັດ​ຖະ​ບານ 6 ຄົນ​ເສຍ​ຊີ​ວິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ​: ວັນ​ທີ 16 ມີນາ, ພວກ​ປະກອບ​ອາວຸດ​ທີ່​ບໍ່​ຖານະ​ກຸ່ມ​ໜຶ່ງ​ຢູ່​ຈັງ​ຫວັດ​ປັດ​ຕາ​ນີ ທາງ​ພາກ​ໃຕ້​ໄທ​ໄດ້ຫຼອນ​ໂຈມ​ຕີ​ອາຄານ​ຫ້ອງການ​ອົງການ​ປົກຄອງ​ຢູ່​ທ້ອງ​ຖິ່ນ​ນັ້ນ, ​ເຮັດ​ໃຫ້​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຜູ່​ໜຶ່ງ​ແລະ​ຜູ່​ຮັບຈ້າງ​ຂອງ​ອົງ​ການ​ປົກ​ຄອງ 5 ຄົນ​ເສຍ​ຊີ​ວິດ.

ຕຳຫຼວດ​ແຫ່ງ​ນັ້ນກ່າວ​ວ່າ, ຜູ່​ປະກອບ​ອາວຸດ 3 ຄົນ​ຂີ່​ລົດຈັກ​ມາ​ຮອດໜ້າອາຄານ​ຫ້ອງ​ການ, ຍິງ​ປືນ​ໃສ່​ອາຄານ​ດັ່ງກ່າວ, ​ແລ້ວ​ໜີ​​ໄປ​ຢ່າງ​ວ່ອງ​ໄວ. ​ເຈົ້າໜ້າ​ທີ່​ຜູ່​ປະ​ສົບ​ເຄາະ​ຮ້າຍ​ແມ່ນ​ພຸດທະສາສະນິກກະ​ຊົນ, ອີກ 5 ຄົນ​ລ້ວນ​ແຕ່​​ເຊື່ອ​ຖື​ສາ​ສະ​ໜາ​ອິສລາມ.

ກາງຄືນ​ວັນ​ທີ 15 ມີນາ, ຢູ່​ພາກ​ໃຕ້​ໄທ​ຍັງ​ເກີດ​ເຫດການຫຼອນ​ໂຈມ​ຕີຫຼາຍລາຍ, ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ.

ລັດຖະບານ​ໄທ​ເຫັນ​ວ່າ, ເຫດການ​ກຳລັງ​ຮຸນ​ແຮງ​​ເກີດ​ຂຶ້ນເລື້ອຍໆ​ແມ່ນ​ຍ້ອນ​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ຂອງ​ສາສະໜາ ການ​ຕ້ອງ​ໂທດ​ຢ່າງ​ມີ​ການຈັດຕັ້ງ​ແລະ​ການ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ​ເປັນ​ຕົ້ນ. ປັດຈຸບັນ, ສາມ​ຈັງຫວັດ​ພາກ​ໃຕ້​ໄທ​ຍັງ​ປະຕິບັດ​ "ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາວະ​ສຸກ​ເສີນ" ຢູ່.