|
 |
(GMT+08:00)
2006-03-15 10:22:57
|
 |
ສະພາຄວາມຫມັ້ນຄົງຈັດກອງປະຊຸມດ່ວນປຶກສາຫາລືສະຖານະການຕາເວັນອອກກາງຫລັງອິສລາແອນໃຊ້ການເຄື່ອນໄຫວທາງການທະຫານ
cri
Author: sayvanny
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ໂດຍຕອບສະຫນອງຄວາມຮຽກຮ້ອງຂອງປາເລັສຕິນ,ຕອນບ່າຍວັນທີ 14 ມີນາ, ສະພາຄວາມຫມັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມດ່ວນ, ປຶກສາຫາລືສະຖານະການຕາເວັນອອກກາງພາຍຫລັງອິສລາແອນໃຊ້ການເຄື່ອນໄຫວທາງການທະຫານຢູ່ເມືອງເຈຣີໂຄ ຕົວເມືອງປາເລັສຕິນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ທ່ານອີບຼາຮິມ.ກາມບາຣີ ຮອງເລຂາທິການທີ່ຮັບຜິດຊອບວຽກງານການເມືອງຂອງສະຫະປະຊາຊາດໄດ້ແຈ້ງຕໍ່ສະພາຄວາມຫມັ້ນຄົງກ່ຽວກັບອິສລາແນບຸກເຂົ້າຄຸກເຈລີໂຄທາງການທະຫານຈັບຕົວທ່ານຊາອາແດັດ ຜູ່ນຳແນວໂຮມປະຊາຊົນປາເລັສຕິນແລະທ່ານໂຊເບກີ ອະດີດເຈົ້າຫນ້າທີ່ຊັ້ນສູງຂອງປາເລັສຕິນແລະທ່ານອື່ນໆ.
ທ່ານກາມບາຣີຊີ້ອອກວ່າ, ຍ້ອນອິສລະແອນໃຊ້ການເຄື່ອນໄຫວທາງການທະຫານແລະປາເລັສຕິນກໍ່ໃຊ້ການເຄື່ອນໄຫວຕໍ່ຕ້ານ, ເຮັດໃຫ້ສະຖາ ນະການພາກພື້ນຕາເວັນອອກກາງທີ່ເຄັ່ງດຶງຢູ່ແລ້ວນັ້ນຊຸດຮ້າຍລົງອີກ.
ມື້ດຽວກັນ, ທ່ານອານນານ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານໂຄສົກອອກຖະແຫລງການ, ສະແດງຄວາມສົນໃຈທີ່ສຸດຕໍ່ເຫດການດັ່ງກ່າວ, ຖະແຫລງການຮຽກຮ້ອງໃຫ້ສອງຝ່າຍຈົ່ງຢຸດຕິການເຄື່ອນໄຫວດ້ວຍກຳລັງຮຸນແຮງໃນທັນທີ, ຮັກສາຄວາມອົດກັ້ນ,ເຮັດໃຫ້ສະຖານະການສະຫງົບລົງໂດຍໄວ.ຖະແຫລງການຍັງເຕືອນໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປ່ອຍຕົວຄົນຕ່າງປະເທດທີ່ຖືກຈີ້ຕົວໃນໄລຍະເກີດການວຸ້ນວາຍໃນທັນທີ.
|
|
|