ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 20:44:46    
ຝ່າຍ​ຈີນ​ບໍ່​ຫ່ອນ​ຊິ​ຮັບ​ເອົາ​ແຜນ​ການ​ຮ່ວມ​ກັນ​ພັດ​ທະ​ນາ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຂອງ​ຝ່າຍ​ຍີ່​ປຸ່ນ​ທີ່​ຖື​"​ເສັ້ນ​ກາງ"​ເປັນ​ປະ​ຖົມ​ປັດ​ໄຈ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ9​ມີນາ,ທ່ານ​ຊິນ​ກ່າງ​ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ບັນ​ຫາ​ທະ​ເລຈີນ​ຕາ​ເວັນ​ອອກລະຫວ່າງ​ຈີນ​ຍີ່ປຸ່ນ,ຝ່າຍ​ຈີນ​ບໍ່​ຫ່ອນ​ຈະ​ພິ​ຈາ​ລະ​ນາ​ຮັບ​ເອົາ​ແຜນ​ການ​ພັດທະນາ​ທະ​ເລ​ຈີນຕາ​ເວັນ​ອອກຂອງ​ຝ່າຍ​ຍີ່ປຸ່ນ​ທີ່​ຖື​"​ເສັ້ນ​ກາງ"​ເປັນ​ປະຖົມ​ປັດ​ໄຈ.

ທ່ານ​ຊິນ​ກ່າງ​ກ່າວ​ລື້​ມວ່າ,ຝ່າຍ​ຈີນ​ພັດທະນາ​ບໍ່​ນ້ຳມັນ​ແລະ​ອາຍ​ແກັສ​ຊຸ່ນສຽວ,​ແມ່ນ​ດຳ​ເນີນ​ຢູ່​ທະ​ເລມໍ່ຂອງ​ຈີນ​ທີ່​ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ກັບ​ຝ່າຍ​ຍີ່ປຸ່ນ,​ແມ່ນ​ການ​ເຄື່ອນ​ໄຫວ​ປົກ​ກະ​ຕິ​ຂອງ​ຝ່າຍ​ຈີນ​​​ໃນ​ການໃຊ້​ອຳນາດອະທິປະ​ໄຕ.

ທ່ານ​ຊິນ​ກ່າງ​ຍັງ​ກ່າວ​ເນັ້ນວ່າ,​ເກາະ​ຕ້ຽວ​ຢູ​ພ້ອມ​ກັບ​ເກາະດອນຕ່າງໆ​ທີ່ຢູ່​ມໍ່​ຫັ້ນ​ແມ່ນ​ຜືນ​ແຜ່ນ​ດິນ​ທີ່​ມີ​ມາ​ແຕ່​ເດີມ​ຂອງ​ຈີນ,ຈີນ​ມີ​​ອະທິປະ​ໄຕ​​ເໜືອ​ເກາະ​ເຫຼົ່ານີ້​ຢ່າງໂຕ້​ຖຽງ​​ບໍ່​ໄດ້.