ຕາມຂ່າວCRI: ວັນທີ 9 ມີນາ, ທ່ານນາຈິບ ຕຸນ ຣາຈາກ ຮອງນາຍົກລັດຖະມົນຕີມາເລເຊຍກ່າວວ່າ, ຄວນເລັ່ງສາຍຕາໃສ່ການໂປໂລຂຶ້ນຂອງຈີນດ້ວຍທ່າທີເປີດປະຕູແລະມີໄມຕີຈິດ. ທ່ານຊີ້ອອກວ່າ, ຊູ່ມື້ນີ້, ຈີນທີ່ນັບມື້ນັບເປີດປະຕູໄດ້ກາຍເປັນພາກສ່ວນໜຶ່ງທີ່ນອນຢູ່ໃນລະບຽບສາກົນແລ້ວ. ຈີນທີ່ເຂັ້ມແຂງຈະເຮັດໃຫ້ພາກພື້ນແຫ່ງນີ້ຈະເລີນຮຸ່ງເຮືອງກວ່າເກົ່າ.
ຕາມຂ່າວສານເບີນາມາລາຍງານວ່າ, ທ່ານຣາຈາກແມ່ນໃຫ້ທັດສະນະດັ່ງກ່າວ ໃນເວລາກ່າວປາຖະກະຖາໃນກອງປະຊຸມມາເລເຊຍກັບອາຊີຕາເວັນອອກທີ່ຈັດຂຶ້ນຢູ່ທີ່ກວາລາລຳເປີໃນມື້ດຽວກັນ. ທ່ານພ້ອມທັງກ່າວວ່າ, ມາເລເຊຍຈະໄດ້ຜົນປະໂຫຍດຈາກຄວາມຈະເລີນຮຸ່ງເຮືອງຂອງຈີນແລະອາຊີ, ຄວາມສຳເລັດຜົນຂອງຈີນສອດຄ່ອງກັບຜົນປະໂຫຍດຂອງມາເລເຊຍ.
|