ຕາມຂ່າວສານຊິນຮວາ: ບໍລິສັດຍົນເຮລີກົບເອີລົບທີ່ສັງກັດກຸ່ມປ້ອງກັນການບິນອະວະກາດເອີລົບຫຼື EADS ຈະຮ່ວມມືກັບຈີນຢ່າງຮອບດ້ານ, ຮ່ວມກັນຜະລິດຍົນເຮລີກົບ EC-175 ຂະໜາດໃຫຍ່ທີ່ໃຊ້ທາງພົນລະເຮືອນທີ່ມີເຕັກນິກກ້າວໜ້າ, ຍົນເຮລີກົບເຫຼົ່ານີ້ຈະອວ່າຍໜ້າໄປສູ່ຕະຫຼາດທົ່ວໂລກ.
ວັນທີ 8 ມີນາ, ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງບໍລິສັດຍົນເຮລີກົບເອີລົບເຜີຍໃຫ້ຮູ້ວ່າ, ທັງສອງຝ່າຍເອີລົບຈີນຕ່າງລົງທຶນ 200 ລ້ານເອີໂລ, ຈະຮ່ວມມືອອກແບບ ຄົ້ນຄວ້າແລະຜະລິດເປັນຕົ້ນ.
EC-175 ແມ່ນຍົນເຮລີກົບຂະໜາດ 6 ໂຕນ, ແມ່ນຍົນເຮລີກົບຂະໜາດໃຫຍ່ທີ່ນຳໃຊ້ກັນອ່າວຫຼາຍໃນທົ່ວໂລກປັດຈຸບັນ, ສາມາດໃຊ້ໃນຂົງເຂດພົນລະເຮືອນດ້ານການຂົນສົ່ງ ຄວາມປອດໄພແລະການຊອກຫາກອບກູ້ເປັນຕົ້ນ.
|