ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 20:44:59    
ທະ​ແນມ​ແຕ່​ຈີນ​ອາ​ເມ​ລິ​ກາ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ,​ການ​ຮ່ວມ​ມື​ສອງ​ຝ່າຍ​ຈະ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ

cri

ຕາມ​ຂ່າວCRI,​ວັນ​ທີ7​ມີນາ,​ໃນ​ງານ​ຊຸມ​ນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,​ທ່ານ​ຫຼີ​ຈ້າວ​ຊີ່ງ ລັດ​ຖະມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ທະ​ແນມ​ແຕ່​ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ພ້ອມ​ກັນ​ທຳ​ຄວາມ​ພະຍາ​ຍາມ,​ເຄົາລົບ​ຫຼັກການ​ປະກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ,​ຕໍ່​ໄປ​ພາຍ​ໜ້າ,​ການ​ຮ່ວມ​ມື​ດ້ວຍ​ໄມ​ຕິ​ຈິດລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ຈະ​ມີ​ປະສິດ​ທິ​ຜົນ​ກວ່າ​ເກົ່າ.

ເມື່ອ​ເວົ້າ​ເຖິງ​ບັນຫາ​ໄຕ້​ຫວັນ,​ທ່ານຫຼີ​ຈ້າວ​ຊີ່ງ​ກ່າວ​ວ່າ,​ບັນຫາ​ໄຕ້​ຫວັນ​ແມ່ນ​ປັດ​ໄຈ​ສຳ​ຄັນ​ກວ່າ​ໝູ່​ທີ່​ກະທົບ​ກະ​ເທືອນ​ເຖິງ​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ,​ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຍຶດ​ໝັ້ນ​ນະ​ໂຍບາຍ​ຈີນ​ດຽວ,​ເຄົາລົບ​ປະ​ກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບຈີນ​ອາ​ເມ​ລິ​ກາ,​ຮັບ​ຮູ້​ຄວາມ​ອັນຕະ​ລາຍ​ຂອງ​ອິດ​ທິກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະລາດ​ກໍ່​ຄື​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຂົາ​ເຈົ້າ,​ຄັດ​ຄ້ານ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ​ຢ່າງ​​ແທ້​ຈິງ,​ບໍ່​ສົ່ງ​ສັນ​ຍານ​ຜິດພາດ​ໃດໆ​ໃຫ້​ອິດ​ທິກຳລັງ​ແບ່ງ​ແຍກ​ໄຕ້​ຫວັນ,​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສັນຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄ​ບ​ໄຕ້​ຫວັນ​ແລະພາກ​ສ່ວນ​ໃຫຍ່​ຂອງ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ.

ເມື່ອ​ເວົ້າ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ,​ທ່ານ​ຫຼີຈ້າວ​ຊີ່ງ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຈົ່ງ​ປະ​ພຶດຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຝ່າຍ​ຈີນ​ຢ່າງ​ເອົາ​ຈິງ​ເອົາ​ຈັງ,ຢ່າ​ຊູ່​ຈຳກັດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ໂດຍ​ຖື​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ຂໍ້​ອ້າງ,​ຜ່ອນ​ຄາຍ​ການ​ຈຳ​ກັດ​ການ​ສົ່ງ​ອອກ​ເຕັກນິກ​ໃຫ້​ຈີນ,​ພ້ອມ​ກັນ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ເສດ​ຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລີ​ກາ​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ.