|
 |
(GMT+08:00)
2006-03-07 10:51:11
|
 |
ຈຸດພິເສດໃຫຍ່ກວ່າໝູ່ຂອງການພັດທະນາຂອງຈີນແມ່ນແບ່ງປັນໝາກຜົນກັບໂລກ
cri
ຕາມຂ່າວCRI, ວັນທີ7ມີນາ, ຢູ່ທີ່ປັກກິ່ງ, ທ່ານອູຈ້ຽນມິນ ໂຄສົກຖະແຫຼງຂ່າວຂອງກອງປະຊຸມປະຈຳປີສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກ່າວວ່າ, ຈຸດພິເສດທີ່ໃຫຍ່ກວ່າໝູ່ຂອງການພັດທະນາຂອງຈີນແມ່ນແບ່ງປັນຜົນການພັດທະນາກັບໂລກ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸພວກເຮົາ, ທ່ານອູຈ້ຽນມິນກ່າວວ່າ, ການພັດທະນາຂອງຈີນໄດ້ຊັກນຳຄວາມກ້າວໜ້າຂອງເສດຖະກິດປະເທດພວມພັດທະນາ. ຕົວຢ່າງຄືອາຊຽນ, ໃນ27ປີກ່ອນຍອດບໍລິມາດການຄ້າລະຫວ່າງຈີນກັບອາຊຽນມີພຽງແຕ່800ລ້ານໂດລາສະຫະລັດທໍ່ນັ້ນ, ແຕ່ຮອດປີ2004ໄດ້ບຸກທະລຸ100ຕື້ໂດລາສະຫະລັດ, ແລະອາຊຽນໄດ້ປຽບລື່ນກາຍ20ຕື້ໂດລາສະຫະລັດ, ນີ້ໄດ້ກາຍເປັນປັດໄຈສຳຄັນທີ່ຊັກນຳການພັດທະນາເສດຖະກິດອາຊຽນ.
ທ່ານອູຈ້ຽນມິນຍັງຊີ້ອອກວ່າ, ການສຳຫຼວດທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ໃນ10ປີທີ່ຜ່ານມາ, ການພັດທະນາຂອງຈີນໄດ້ນຳເອົາຜົນກຳໄລຢ່າງຫຼວງຫຼາຍມາໃຫ້ໂຮງງານຜະລິດແລະບໍລິສັດໃຫຍ່ຂອງອາເມລິກາ, ແລະໄດ້ເຮັດໃຫ້ຜູ້ບໍລິໂພກອາເມລິກາປະຢັດລາຍຈ່າຍເປັນຈຳນວນຫຼວງຫຼາຍ. ສະພາບການດັ່ງກ່າວກໍມີຢູ່ປະເທດພັດທະນາອື່ນໆໃນສະຫະພາບເອີລົບເຊັ່ນດຽວກັນ. ຈີນໄດ້ແບ່ງປັນຜົນການພັດທະນາກັບປະເທດພັດທະນາຄືກັນ.
|
|
|