ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 18:26:12    
ໃນ​5​ປີ​ຂ້າງ​ໜ້າ​ມວນ​ຊົນ​ຈີນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ​ຈາກ​ການ​ພັດ​ທະ​ນາ​ແຫ່ງ​ລັດ

cri
ຕາມ​ຂ່າວCRI,​ວັນ​ທີ6ມີນາ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ມາ​ໄຂ ຫົວໜ້າ​ຄະນະ​ກຳມະ​ການ​ພັດ​ທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,​ໃນ5ປີ​ຂ້າງ​ໜ້າ,​ມວນ​ຊົນ​ຈີນ​ຈະ​ໄດ້​ຮັບຜົນ​ປະ​ໂຫຍດ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ​ຈາກ​ການ​ພັດ​ທະນາ​ແຫ່ງ​ລັດ.

ທ່ານ​ມາ​ໄຂ​ແມ່ນ​ໃຫ້​ທັດສະ​ນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດຂຶ້ນ​ໃນ​ມື້​ດຽວ​ກັນ.​ທ່ານ​ເວົ້າ​ວ່າ,​ຈຸດປະ​ສົງ​ທີ່​ລັດ​ຖະ​ລານ​ຈີນ​ວາງ​ແຜນ​ພັດ​ທະນາ​ໃນ​5ປີ​ຂ້າງ​ໜ້າ​ແມ່ນ​ເພື່ອ​ພັດ​ທະ​ນາ​ເສດ​ຖະກິດ,​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ໃຫ້​ສູງ​ຂຶ້ນ,​ໂດຍ​ສະ​ເພາະ​ແມ່ນ​ຈະ​ເຈາະ​ຈົງ​ແກ້​ໄຂ​ບັນຫາ​ທີ່​ພົວ​ພັນ​ກັບ​ຜົນ​ປະ​ໂຫຍດ​ຕິດ​ຕົວ​ຂອງ​ມວນ​ຊົນ​.ທ່ານ​ຄາດ​ຄະ​ເນ​ວ່າ,​ຮອດ​ປີ2010,​ບົນ​ພື້ນ​ຖານ​ທີ່​ເສດ​ຖະ​ກິດ​ມີ​ການ ພັດ​ທະ​ນາ,​ລາຍ​ໄດ້​ຂອງ​ປະຊາ​ຊົນ​ຈີນ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,​ຄຸນ​ນະພາບ​ຊີ​ວິດ​ການ​ເປັນ​ຢູ່​ຈະ​ສູງ​ກວ່າ​ເກົ່າ,​ສະພາບ​​ແວດ​ລ້ອມ​ທີ່​ຢູ່​ອາ​ໄສ​ຈະ​ດີ​ກວ່າ​ເກົ່າ,​ກຸ່ມ​ຄົນ​ທີ່​ທຸກ​ຍາກ​ໃນ​ດ້ານ​ຊີວິດ​ການ​ເປັນ​ຢູ່​ກໍ່​ຈະໄດ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ​ຈາກ​ລັດ​ຖະ​ບານ​ແລະ​ສັງຄົມ.