ຕາມຂ່າວສານຊິນຮວາ: ວັນທີ 4 ມີນາຢູ່ທີ່ປັກກິ່ງ, ທ່ານຖາງເຈຍສວນ ທີ່ປຶກສາແຫ່ງລັດຈີນໄດ້ພົບປະຄະນະຜູ່ແທນສະມາຄົມໂຊກາ ກະກາອິຍີ່ປຸ່ນ, ທ່ານຖາງເຈຍສວນກ່າວວ່າ, ຫວັງໃຫ້ອົງການພຸດທະສາສະໜາຂອງຍີ່ປຸ່ນນີ້ພ້ອມກັບຝ່າຍຈີນ ຊຸກຍູ້ການພົວພັນລະຫວ່າງຈີນຍີ່ປຸ່ນໃຫ້ຂະຫຍາຍຕົວຢ່າງປອດໃສແລະໝັ້ນທ່ຽງ.
ສະມາຄົມໂຊກາ ກະກາອິແມ່ນອົງການສາສະໜາໃຫຍ່ກວ່າໝູ່ຂອງຍີ່ປຸ່ນ, ໃນຊຸມປີ 60 ສະຕະວັດທີ່ແລ້ວ, ທ່ານດາອີຊາກູ ອີແກດາ ປະທານກິດຕິມະສັກຂອງສະມາຄົມດັ່ງກ່າວກໍ່ໄດ້ຕັ້ງໜ້າລິເລີ່ມຟື້ນຟູການພົວພັນທາງການທູດລະຫວ່າງຈີນຍີ່ປຸ່ນໃຫ້ເປັນປົກກະຕິ.
ທ່ານຖາງເຈຍສວນກ່າວວ່າ ທ່ານດາອີຊາກູ ອີແກດາແມ່ນເມື່ອນມິດທີ່ສະໜິດສະໜົມຂອງປະຊາຊົນຈີນ, ຝ່າຍຈີນຍ້ອງຍໍທ່ານທີ່ໄດ້ປະກາດຂໍ້ຄິດເຫັນສຳຄັນກ່ຽວກັບການປົວແປງແລະຂະຫຍາຍການພົວພັນລະຫວ່າງຈີນຍີ່ປຸ່ນອີກເທື່ອໜຶ່ງໃນຫວ່າງບໍ່ດົນນີ້.
|