ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-04 17:42:41    
ສົມ​ເດັດ​ຣາ​ນາ​ລິດ ​ໂນ​ໂລ​ດົມ​ລາ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳປູ​ເຈຍ

cri

ຕາມ​ຂ່າວສານ​ຊິນ​ຮວາ: ​ສະຖານີ​ໂທລະພາບ​ແຫ່ງ​ຊາດ​ກຳປູ​ເຈຍ​ລາຍ​ງານ​ໃນ​ຕອນ​ຄ່ຳວັນ​ທີ 3 ມີນາວ່າ, ສົມ​​ເດັດ​ເຈົ້າ​​ໂນ​ໂຣດົມ ຣານາ​ລິດ​ ​ໄດ້​ຂຽນ​ຈົດໝາຍ​ໄປ​ຍັງ​ທ່ານ​​ເຈຍ​ຊິ​ມ ປະທານ​ແລະ​ທ່ານ​ຮຸນ​ເຊີນ ຮອງ​ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ​ໃນ​ວັນ​ທີ 3 ມີນາ, ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່ງປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ.

ສົມ​ເດັດ​ໂນ​ໂລ​ດົມ​ຣານາ​ລິດ​ແມ່ນ​ປະທານ​ພັກ​ຟຸນ​ຊີ​ນ​ເປັກ. ​ໃນ​ຈົດໝາຍ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງທ່ານ​ຂຽນ​ວ່າ, ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່​ງປະທານ​ສະພາ​ແຫ່ງ​ຊາດ​ແມ່ນ​"​ເພື່ອ​ປັບປຸງ​​ແລະ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຟຸນ​ຊີ​ນ​ເປັກ."

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ມື້​ດຽວ​ກັນ, ​ໂຄສົກ​ພັກ​ປະຊາຊົນ​ກ່າວ​ວ່າ, ທ່ານ​ເຈຍ​ຊິ​ມ​ແລະ​ທ່ານ​ຮຸນ​ແຊນ​ໄດ້​ຮັບຮອງ​​ເອົາຄຳ​ຮ້ອງ​ຂໍລາ​ອອກ​ຈາກ​ຕຳ​ແໜ່ງປະທານ​ສະພາ​​ແຫ່ງ​ຊາດ​ຂອງ​ທ່ານ​ສົມ​ເດັດ​ໂນ​ໂລ​ດົມຣານາ​ລິດ​, ​ແລະ​ຕົກລົງ​ສະ​ເໜີ​ໃຫ້​ທ່ານ​ແຮງ​ຊຳ​ລິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດຜູ່​ທີ​ໜຶ່ງຂຶ້ນ​ແທນ​ຕຳ​ແໜ່​ງຂອງ​ສົມ​ເດັດ​ໂນ​ໂລ​ດົມ​ຣານາ​ລິດ.