
ຫຼຽນລະລຶກຟູວາ
ທ່ານນາງວາງສຽວຢຽນ ແມ່ນຜູ່ຮັບຜິດຊອບຮ້ານຂາຍສິນຄ້າ ຂອງງານກິລາໂອລິມປິກແຫ່ງໜື່ງຂອງປັກກິ່ງ,ນາງແນະນຳວ່າ:ປັດຈຸບັນ,ສິນຄ້າທີ່ມີຮູບຟູວາມີ300ກວ່າຊະນິດ,ເຊິ່ງລວມທັງຜ້າໄໝ,ເສື້ອທີເຊີດ,ເຄື່ອງຮຽນ,ຫຼຽນຂັດແລະອື່ນໆ.ນາງບອກນັກຂ່າວວ່າ,ໃນໄລຍະມໍ່ໆນີ້, ສິນຄ້າຟູວາແມ່ນຂາຍດິບຂາຍດີທີ່ສຸດ.
"ຕັ້ງແຕ່ສິນຄ້າ ຟູວາເລີ່ມຈຳໜ່າຍເປັນຕົ້ນມາ,ມູນຄ່າການຈຳໜ່າຍເພີ່ມຂຶ້ນໄວທີ່ສຸດ,ໃນເວລາປະມານເດືອນໜຶ່ງ,ຍອດມູນຄ່າຈຳໜ່າຍຂອງພວກເຮົາກໍໄດ້ປະມານ10ລ້ານຢວນ,ມື້ຈຳໜ່າຍຫຼາຍທີ່ສຸດມີເຖິງລ້ານກວ່າຢວນ.ບໍ່ພຽງແຕ່ເທົ່ານັ້ນ,ປັດຈຸບັນ,ມັນບໍ່ແມ່ນວ່າລູກຄ້າຢາກຊື້ກໍມີສິນຄ້າຂາຍໃຫ້."
ປັດຈຸບັນ,ຈີນລວມມີຮ້ານຂາຍສິນຄ້າ ຂອງງານກິລາໂອລິມປິກ28ແຫ່ງ,ຍັງມີຈຸດຈຳໜ່າຍຊົ່ວຄາວ160ກວ່າແຫ່ງ.ຢູ່ຕົວເມືອງໃຫຍ່ຕ່າງໆເຊັ່ນປັກກິ່ງ,ຊຽງໄຮ້,ເສິນເຈິ້ນ,ຊິງຕາວ,ນານກິ່ງ,ເສິງຕູ່ເປັນຕົ້ນ,ລ້ວນແຕ່ມີສິນຄ້າ ຟູວາວາງຂາຍ.
ທ່ານລູຕົ່ງປິ່ນ ກຳມະການຂອງຄະນະຜູ່ຊ່ຽວຊານວາງແຜນເສດຖະກິດງານກິລາໂອລິມປິກ,ສາສະດາຈານ ວິທະຍາຄານການຄ້າຂອງມະຫາວິທະຍາໄລປະຊາຊົນຈີນ.ທ່ານຄາດຄະເນວ່າ,ມູນຄ່າໃນຕະຫຼາດສິນຄ້າ ຟູວາຈະລື່ນກາຍ300ລ້ານໂດລາ.ທ່ານເວົ້າວ່າ:"300ລ້ານໂດລາແມ່ນຄິດໄລ່ອອກດັ່ງນີ້,ນັບລວມແລ້ວ,ລາຍຮັບທີ່ໄດ້ຈາກການຈຳໜ່າຍເຄື່ອງຫັດຖະກຳ,ຂອງລະລຶກທີ່ເປັນສິ່ງນຳໂຊກຂອງງານກິລາໂອລິມປິກຊິດນີແມ່ນບໍ່ຮອດ300ລ້ານໂດລາ.ປັດຈຸບັນ,ເມື່ອເບິ່ງຈາກສະພາບຂອງຈີນແລ້ວເຫັນວ່າ,ນັກທ່ອງທ່ຽວຕ່າງປະເທດແມ່ນຫຼາຍກວ່າຕົວເລກທີ່ພວກເຮົາຄາດໄວ້ໃນໄລຍະຕົ້ນ,ເມື່ອບວກກັບນັກທ່ອງທ່ຽວພາຍໃນປະເທດຈີນແລ້ວ,ຕະຫຼາດຈີນຈະໃຫຍ່ກວ່າຕະຫຼາດຂອງງານກິລາໂອລິມປິກຊິດນີ."
ທ່ານລູຕົ່ງປິ່ນຍັງອະທິບາຍວ່າ,ການຄາດຄະເນດັ່ງກ່າວມີແຕ່ແມ່ນລາຍຮັບຈາກການຈຳໜ່າຍສິນຄ້າ ຟູວາເທົ່ານັ້ນ,ມູນຄ່າທີ່ແຝງຊ້ອນຢູ່ໃນຕ່ອງໂສ້ຂອງອຸດສາຫະກຳດັ່ງກ່າວຈະຫຼາຍກວ່າ300ລ້ານໂດລາ.ດ້ວຍເຫດນີ້,ນັກຂ່າວໄດ້ໄປເອົາຂ່າວຢູ່ໂຮງງານຜະລິດຕຸກກະຕາຟູວາ.ຢູ່ໂຮງງານແຫ່ງນີ້,ສາຍຜະລິດທຸກເສັ້ນລ້ວນແຕ່ໄດ້ແລ່ນຈັກດ້ວຍພະລັງແມ່ແຮງເຕັມອັດຕາ,ແຕ່ຜົນຜະລິດຕໍ່ມື້ຍັງມີການຈຳກັດທີ່ສຸດ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ໃຫຍ່ຫຼວງບໍ່ໄດ້.ນາງວາງຫົງ ກຳມະກອນຜູ່ໜຶ່ງຂອງໂຮງງານດັ່ງກ່າວໄດ້ອະທິບາຍມູນເຫດຕໍ່ນັກຂ່າວວ່າ,ການຜະລິດຕຸກກະຕາຟູວາມີຫຼາຍຂັ້ນຕອນເຊັ່ນຕັດຫຍິບ,ໃສ່ຝ້າຍ,ເຮັດມັນຮຽບຮ້ອຍ,ຫຸ້ມຫໍ່ເປັນຕົ້ນ.ໃນນັ້ນ,ຈອມຫົວຂອງຟູວາແມ່ນເຮັດຍາກທີ່ສຸດ.ນາງເວົ້າວ່າ:
"ຮູບແປວໄຟຢູ່ເທິງຫົວ ຕຸກກະຕາຟູວາ"ຮວນໆ"ແມ່ນເຮັດຍາກທີ່ສຸດ,ກຳມະກອນຜູ່ໜຶ່ງເຮັດໄດ້ຫຼາຍທີ່ສຸດແມ່ນມື້ລະ18ອັນເທົ່ານັ້ນ."
ນັກຂ່າວໄດ້ຊາບວ່າ,ການກຳເນີດຂອງຟູວາຍັງໄດ້ເຮັດໃຫ້ຫຸ້ນສ່ວນມະໂນພາບງານກິລາໂອລິມປິກໃນຕະຫຼາດຫຼັກຊັບຈີນກໍເລີ່ມໄດ້ຮັບຄວາມເອົາໃຈໃສ່ນຳ.
ເພື່ອພັດທະນາຕະຫຼາດສິນຄ້າຟູວາໃຫ້ດີກວ່າເກົ່າ,ຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງໄດ້ໃຊ້ມາດຕະການຕ່າງໆເຊັ່ນກົດໝາຍເປັນຕົ້ນ,ປົກປ້ອງສິດຊັບສິນທາງປັນຍາຂອງຟູວາ.ປັດຈຸບັນ,ອົງການປະຕິບັດກົດໝາຍຂອງຈີນກໍໄດ້ເພີ່ມຄວາມແຮງໂຈມຕີການກະທຳລ່ວງລະເມີດສິດຊັບສິນທາງປັນຍາຂອງຟູວາ,ເພື່ອຮັບປະກັນໃຫ້ສິນຄ້າຟູວາໄດ້ຮັບປະສິດທິຜົນຫຼາຍທີ່ສຸດໃນຕະຫຼາດ. 1 2
|