ໃນ5ປີຂ້າງໜ້າ,ອັດຕາປົກຫຸ້ມດ້ວຍປ່າໄມ້ຂອງຈີນຈະບັນລຸເຖິງ20%
cri
ຕາມຂ່າວCRI,ວັນທີ27ກຸມພາ,ຢູ່ທີ່ປັກກິ່ງ,ທ່ານເຈຍຈື້ປ່າງ ຫົວໜ້າກົມປ່າໄມ້ແຫ່ງຊາດຈີນກ່າວວ່າ,ຈີນຈະເສີມສ້າງປ່າໄມ້ຕື່ອີກ,ຍາດແຍ່ງເມື່ອຮອດປີ2010,ອັດຕາປົກຫຸ້ມດ້ວຍປ່າໄມ້ໃນທົ່ວປະເທດບັນລຸເຖິງ20%.
ວັນທີ27ກຸມພາ,ທ່ານເຈຍຈື້ປ່າງໄດ້ແນະນຳສະພາບສ້າງປ່າໄມ້ຈີນໃນງານຊຸມນຸມນັກຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນ.ທ່ານກ່າວວ່າ,ໃນ5ປີທີ່ຜ່ານມາ,ຈີນໄດ້ປະຕິບັດຍຸດທະສາດພັດທະນາຂະແໜງການປ່າໄມ້ທີ່ຖືການກໍ່ສ້າງຊີວະພາບເປັນຫຼັກຢ່າງສຳເລັດຜົນ,ໄດ້ລົງທຶນລວມ200 ກວ່າ ຕື້ ຢວນເພື່ອເສີມສ້າງປ່າໄມ້.ປັດຈຸບັນ,ອັດຕາສ່ວນຂອງເຂດສະຫງວນທຳມະຊາດທີ່ກວມເນື້ອທີ່ດິນແດນໄດ້ລື່ນກາຍລະດັບສະເລ່ຍຂອງໂລກແລ້ວ.ດິນທາມທຳມະຊາດເກືອບເຄິ່ງໜຶ່ງໄດ້ຮັບການອະນຸລັກຢ່າງບັງເກີດຜົນ,ອັດຕາປົກຫຸ້ມດ້ວຍປ່າໄມ້ກໍໄດ້ ສູງຂຶ້ນຮອດ18%ຂຶ້ນໄປ.
ທ່ານເຈຍຈື້ປ່າງກ່າວວ່າ,ໃນຫຼາຍປີຂ້າງໜ້າ,ຈີນຈະຊຸກຍູ້ຂະແໜງການປ່າໄມ້ດັ້ງເດີມໃຫ້ຫັນເປັນທັນສະໄໝ,ພະຍາຍາມສ້າງ ລະບົບຊີວະພາບທີ່ຄົບຖ້ວນບໍລິບູນແລະລະບົບອຸດສາຫະກຳທີ່ພັດທະນາ.
|
|