|
 |
(GMT+08:00)
2006-02-26 20:10:46
|
 |
ທ່ານອັບບາສແຍ້ມໃຫ້ຮູ້ວ່າອາດຈະຂໍລາອອກຈາກຕຳແໜ່ງ
cri
ຕາມຂ່າວCRI,ຫວ່າງມໍ່ໆນີ້,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນແຍ້ມໃຫ້ຮູ້ວ່າ,ຖ້າວ່າອົງການຮາມາສຂັດຂວາງທ່ານຊຸກຍູ້ຂະບວນວິວັດສັນຕິພາບປາເລັສຕິນອິສຣາແອນ,ທ່ານຈະພິຈາລະນາຂໍລາອອກຈາກຕຳແໜ່ງ.
ໃນລາຍການສຳພາດໂດຍຈຳເພາະຂອງໂທລະພາບອິນດີແປນຕັນເຕລະວິຊັນຂອງອັງກິດທີ່ອອກອາກາດໃນວັນທີ25ກຸມພາ,ທ່ານອັບບາສກ່າວວ່າ,ການດຳລົງຕຳແໜ່ງປະທານອົງການອຳນາດແຫ່ງຊາດປາເລັສຕິນແມ່ນຮູບການໜຶ່ງຂອງທ່ານໃນການຊຸກຍູ້ຂະບວນວິວັດສັນຕິພາບປາເລັສຕິນອິສຣາແອນ.ຖ້າວ່າຄວາມພະຍາຍາມຂອງທ່ານຖືກອົງການຮາມາສຂັດຂວາງ,ທ່ານຈະພິຈາລະນາຂໍລາອອກຈາກຕຳແໜ່ງ.
ພາຍຫຼັງອົງການຮາມາສໄດ້ຮັບໄຊຊະນະໃນການເລືອກຕັ້ງສະພານິຕິບັນຍັດໃນເດືອນມັງກອນແລ້ວ,ຄວາມຂັດແຍ່ງລະຫວ່າງທ່ານອັບບາສກັບອົງການຮາມສນັບມື້ນັບພົ້ນເດັ່ນຂຶ້ນ.ສອງຝ່າຍມີຄວາມເຫັນຂັດກັນໃນດ້ານຕ່າງໆເຊັ່ນຈະສືບຕໍ່ເຈລະຈາສັນຕິພາບຫຼືບໍ່,ປະລະການຕໍ່ຕ້ານດ້ວຍກຳລັງອາວຸດ,ຮັບເອົາສັນຍາໃນເມື່ອກ່ອນເປັນຕົ້ນ.
|
|
|