
ທ່ານຜູ້ຟັງທີ່ໂຄລົບ,ຊົມເຊີຍທ່ານຮັບຟັງລາຍການ"ຈີນປະຈຸບັນ".ຢູ່ຈີນ,ຄຽງຄູ່ກັບຄົນທີ່ມີລົດສ່ວນຕົວນັບມື້ນັບຫຼາຍ,ໃນບໍ່ເທົ່າໃດປີມານີ້,ການດັດແປງລົດໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນເທື່ອລະກ້າວ.ປະຈຸບັນ,ສາມາດເຫັນລົດທີ່ໄດ້ຖືກດັດແປງແລ່ນຕາມຖະໜົນຫົນທາງເລື້ອຍໆ,ຮູບນອກທີ່ສວຍງາມແປກປະຫຼາດໄດ້ເຮັດໃຫ້ຄົນສັນຈອນເລັງສາຍຕາເບິ່ງ.ໃນລາຍການພາກນີ້,ພວກເຮົມກໍຂໍພາຜູ້ຟັງທັງຫຼາຍໄປເບິ່ງຢູ່ປັກກິ່ງ,ແລະສຳຜັດຄວາມນິຍົມດັດແປງລົດຢູ່ຈີນຈາກປັກກິ່ງ.
ຕະຫຼາດເຄື່ອງອາໄຫຼ່ລົດຍົນຊານເມືອງຕາເວັນຕົກປັກກິ່ງມີເນື້ອທີ່ໜື່ອງແສນກວ່າແມັດຕາ,ຢູ່ໃນຕະຫຼາດນີ້ມີຮ້ານຂາຍເຄື່ອງອາໄຫຼ່ແລະຮ້ານດັດແປງລົດຄົນ700ກວ່າຮ້ານ,ຮ້ານດັດແປງລົດຍົນຂາຍດິບຂາຍດີໂດຍຈຳເພາະ.
ຢູ່"ຮ້ານດັດແປງເຟ່ໄຂ",ນັກຂ່າວໄດ້ລົມກັບທ່ານກົ່ວພິງ ຜູ້ອຳນວນການຮ້ານດັ່ງກ່າວ.ຢູ່ເທິງຕູ້ວາງສິນຄ້າເຕັມໄປດ້ວຍເຄື່ອງອາໄຫຼ່ລົດທຸກຮູບທຸກແບບ,ຢູ່ເພດານຍັງໄດ້ແຂວນພວງມາໄລລົດແລະເບາະອີງຊະນິດຕ່າງໆ.ໃນຮ້ານນີ້ມີກຳມະກອນສິບກວ່າຄົນບາງຄົນພວມແນະນຳສິນຄ້າໃຫ້ລູກຄ້າ,ບາງຄົນພວມໃຊ້ຄອມພິວເຕີແຕ້ມຮູບດັດແປງລົດຍົນໃຫ້ລູກຄ້າ.
ທ່ານກົ່ວພິງພວມອອກແບບດ້ວຍຄອມພິວເຕີ,ທ່ານບອກນັກຂ່າວວ່າ,ແຕ່ປີກ່ອນເປັນຕົ້ນມາ,ຮ້ານນີ້ກໍຂາຍດິບຂາຍດີ, ລູກຄ້າທີ່ມາດັດແປງລົດຍົນມີຫຼາຍສົມຄວນ.ທ່ານເວົ້າວ່າ:
"ແຕ່ລະເດືອນ,ຮ້ານຂອງພວກຂ້າພະເຈົ້າຈະດັດແປງລົດປະມານ60ຫາ70ຄັນ,ລູກຄ້າສ່ວນຫຼາຍແມ່ນຊາວໜຸ່ມ.ພວກເຂົ້າເຈົ້າຕົ້ນຕໍຢາກດັດແປງຮູບນອກແລະຄວາມແຮງໂມເຕີຫຼາຍກວ່າ.ການຍົກຄວາມແຮງຂອງໂມເຕີໃຫ້ສູງຂຶ້ນແມ່ນຈຸດໝາຍຂອງລູກຄ້າຫຼາຍຄົນ,ເພາະວ່າຄົນທັງຫຼາຍລ້ວນແຕ່ມັກຄວາມໄວສູງທີ່ນຳເອົາຄວາມກະຕຸ້ນໃຈແຮງມາໃຫ້ພວກເຂົາເຈົ້າ.ຍັງມີບາງຄົນມັກດັດແປງຮູບນອກ."
ປັດຈຸບັນ,ຢູ່ຕາມຖະໜົນຫົນທາງຂອງປັກກິ່ງ, ສາມາດເຫັນລົດເກັ່ງທີ່ໄດ້ຖືກດັດແປງແລ້ວເລື້ອຍໆ.ບາງຄົນໄດ້ຕິດເຈ້ຍທີ່ມີຮູບຕ່າງໆໃສ່ເປືອກນອກຂອງລົດ,ຕິດຕັ້ງປີກຫາງແລະກັນຊົນອັນແໜ້ນໜາ;ບາງຄົນໄດ້ຕິດຕັ້ງຮາວຫຼັງຄາແລະສາຍອັງແຕນຢູ່ເທິງລົດ;ບາງຄົນບໍ່ໄດ້ດັດແປງຮູບນອກຫຼາຍປານໃດ,ແຕ່ດັດແປງພາຍໃນຫຼາຍ.ເຈົ້າຂອງລົດສ່ວນຫຼາຍແມ່ນຊາວໜຸ່ມ,ເມື່ອເຫັນສາຍຕາສົນໃຈຂອງຄົນສັນຈອນທຸກເທື່ອ,ເຈົ້າຂອງລົດລ້ວນແຕ່ຮູ້ສຶກພາກພູມໃຈ.
ທ່ານສຸຍເຈ່ຍມິງ ເຈົ້າຂອງລົດທີ່ໄດ້ຖືກດັດແປງຄັນໜຶ່ງໄດ້ແນະນຳລົດຂອງຕົນທີ່ທ່ານໄດ້ດັດແປງໃຫ້ນັກຂ່າວຊາບ.ເມື່ອປີກ່ອນ,ທ່ານໄດ້ເສຍ9ໝື່ນກວ່າຢວນຊື້ລົດຍີ່ຫໍ້ໂກລຄັນໜຶ່ງທີ່ຜະລິດໂດຍໂຮງງານອອກສ໌ວາເກີນຊຽງໄຮ້ມາຮອດປັດຈຸບັນ,ທ່ານໄດ້ດັດແປງລົດຄັນນີ້ຫຼາຍເທື່ອແລ້ວ,ເສຍເງິນດັດແປງເກືອບ2ໝື່ນຢວນ.ທ່ານເວົ້າວ່າ,
"ການດັດແປງລົດມ່ວນຫຼາຍ,ຫຼັງຈາກດັດແປງ,ແລ້ວຮູ້ສຶກດີຂຶ້ນ,ຄວາມແຮງສູງຂຶ້ນ,ສັບພະຄຸນຂອງລົດກໍສູງຂຶ້ນ."
ຢູ່ຕ່າງປະເທດການດັດແປງລົດບໍ່ແມ່ນເລື່ອງໃໝ່.ລົດທີ່ຖືກດັດແປງກ່ອນໝູ່ປະກົດອອກຢູ່ທາງລົດ,ເພື່ອຍົກຄວາມໄວຂອງລົດແລະໄດ້ຮັບຜົນງານດີ,ນັກກິລາແຂ່ງລົດລ້ວນແຕ່ຕິດຕັ້ງອຸປະກອນຕ່າງໆຄືເຄື່ອງໂມເຕີແລະທໍ່ລະບາຍອາຍເປັນຕົ້ນໃສ່ລົດຂອງຕົນ.ພາຍຫຼັງຊຸມປີ60ແລະ70ຂອງສະຕະວັດທີ່ແລ້ວ,ລົດດັດແປງໄດ້ຄ່ອຍໆເຂົ້າສູ່ຊີວິດຂອງຄອບຄົວທຳມະດາຂອງເອີລົບແລະອາເມລິກາ.ແຕ່ຢູ່ຈີນ,ລົດຍົນໄດ້ເຜີຍແຜ່ຊ້າແດ່,ຄົນທັງຫຼາຍຮັບເອົາລົດດັດແປງພຽງແຕ່ແມ່ນເລື່ອງໃນບໍ່ເທົ່າໃດປີມານີ້.ໃນເວລາທ່ານສາດສະດາຈານຮານມື້ງຂອງສາຖາບັນເສດຖະກິດສະພາບັນດິດວິທະຍາສາດສັງຄົມຈີນເວົ້າເຖິງສາເຫດທີ່ລົດດັດແປງໄດ້ຮັບຄວາມນິຍົມຊົມຊອບຢູ່ຈີນນັ້ນ,ທ່ານເວົ້າວ່າ:
"ຢູ່ຈີນລົດດັດແປງໄດ້ຮັບຄວາມນິຍົມຊົມຊອມຊ້າແດ່,ຄົນມັກລົດສ່ວນຫຼາຍແມ່ນຢາກດັດແປງລົດຍ້ອນມັກກິລາແຂ່ງລົດ.ປະຈຸບັນ,ຜູ້ທີ່ດັດແປງລົດສ່ວນຫຼາຍແມ່ນຊາວໜຸ່ນ,ພວກເຂົາເຈົ້າຢາກສະແດງໃຫ້ຜູ້ອື່ນເຫັນວ່າລົດຂອງຕົນຕ່າງກັບລົດຂອງຜູ້ອື່ນ,ແລ້ວສະແດງບຸກຄະລິກລັກສະນະຂອງຕົນ."
ຍ້ອນວ່າການດັດແປງລົດຍັງແມ່ນຂະແໜງການທີ່ຈະເລີນໃໝ່ຢູ່ຈີນ,ເພື່ອປ້ອງກັນບໍ່ໃຫ້ການດັດແປງຢ່າງຫຼັບຫູຫຫຼັບຕາກະທົບກະເທືອນເຖິງສັບພະຄຸນຄວາມປອດໄພຂອງລົດ,ລັດຖະບານວາງແບບສະບັບແລະຈຳກັດຕໍ່ການດັດແປງລົດ,ເຊັ່ນ:ບໍ່ອະນຸຍາດປ່ຽນແປງອົງປະກອບ,ຈຸດພິເສດທີ່ໄດ້ຂຶ້ນທະບຽນແລ້ວຂອງລົດຍົນບໍ່ອະນຸຍາດໃຫ້ປ່ຽນແປງແບບຂອງລົດ,ນ້ຳເບີເຄື່ອງໂມເຕີຂອງລົດຍົນເປັນຕົ້ນ.ສະນັ້ນ,ຜູ້ມີລົດຂອງຈີນຕົ້ນຕໍແມ່ນດັດແປງຮູບນອກຂອງລົດ,ຕົວຢ່າງຄືຕິດຕັ້ງປີກຫາງ,ປ່ຽນປະຕູລົດທີ່ເປີດປິດຫາງຂວາງເປັນລົດປະຕູທີ່ເປີດປິດຫາງຕັ້ງເປັນຕົ້ນ;ຫຼືຍົກຄວາມໄວຂອງລົດໃຫ້ສູງຂຶ້ນໂດຍຜ່ານວິທີທີ່ປ່ຽນຊີກສ່ວນນ້ອຍໆບາງຢ່າງ.ຕົວຢ່າງຄືທ່ານສຸຍເຈ່ຍມິງທີ່ກ່າວມາຂ້າງເທິງນີ້,ທ່ານໄດ້ຕິດຕັ້ງກ່ອງດູດຮັບອາຍທີ່ກ້າວໜ້າກວ່າເພື່ອຍົກຄວາມແຮງ,ທ່ານເວົ້າວ່າ,
"ກ່ອງນີ້ເຮັດດ້ວຍໃຍຖ່ານ,ມີຜົນດີຫຼາຍ,ຄວາມແຮງຈະເພີ່ມຂຶ້ນຢ່າງເດັ່ນຊັດ.ໂດຍສະເພາະແມ່ນໃນເວລາເຄື່ອງໂມເຕີປິ່ນໄວຂະໜາດກາງແລະຂະໜາດສູງ,ກໍຈະໄດ້ມີຄວາມຮູ້ສຶກຕໍ່ປະສິດທິຜົນແຫ່ງການຍົກຄວາມໄວຢ່າງເດັ່ນຊັດ."
ເມື່ອທ່ານສຸຍເຈ່ຍມິງຢາກດັດແປງລົດແຕ່ລະເທື່ອ,ທ່ານກໍໄປຮ້ານດັດແປງລົດແຫ່ງໜຶ່ງຂອງຕະຫຼາດເຄື່ອງອາໄຫຼ່ລົດຍົນສີ່ຢວນຂອງປັກກິ່ງ.ທ່ານເວົ້າວ່າ,ລົດທຸກຄັນລ້ວນແຕ່ມີ"ນິໄສ"ຂອງຕົນ,ພະນັກງານດັດແປງຄົງທີ່ສາມາດກຳ"ນິໄສ"ຂອງມັນແລະສະໜອງຜະລິດຕະພັນທີ່ເໝາະສຳລັບດັດແປງມັນ.ຫຼາຍຄົນກໍມີຂຶ້ນຄວາມຊິນເຄີຍຄ້າຍຄືທ່ານສຸຍເຈ່ຍມິງ,ໃນການດັດແປງລົດຄືເລືອກຮ້ານດັດແປງຄົງທີ່ເພື່ອບັນລຸຄວາມຫວັງທີ່ຢາກໃຫ້ລົດຂອງຕົນຮັກຕ່າງກັບລົດຂອງຜູ້ອື່ນ.ທ່ານກົ່ວພິງຂອງຮ້ານດັດແປງລົດເຟ່ໄຂເວົ້າວ່າ,ຍ້ອນວ່າໄດ້ພົບໜ້າກັບເຈົ້າຂອງລົດທີ່ມັກດັດແປງເລື້ອຍໆ,ທ່ານຍັງໄດ້ຮູ້ຈັກເພື່ອນມິດບໍ່ໜ້ອຍ,ຍັງເຕົ້າໂຮມກັນເລື້ອຍໆ.ທ່ານເວົ້າວ່າ:
"ພວກຂ້າພະເຈົ້າໄດ້ຈັດຕັ້ງຫຫຼາຍສະໂມສອນ,ຖ້າມີເວລາຫວ່າງກໍ່ຈັດການເຄື່ອນໄຫວ,ຫຼິ້ນລົດ,ເຊັ່ນແຂ່ງລົດ,ຊອກຫາຄວາມມ່ວນຊື່ນຈາກຄວາມໄວແລະຄວາມກະຕຸ້ນໃຈແຮງ,ຈັ່ງແມ່ນມ່ວນຫຼາຍ."
ລົດດັດແປງໄດ້ເຮັດໃຫ້ທິວທັດໃນຖະໜົນອຸດົມສົມບູນຂຶ້ນ,ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຜູ່ມັກລົດອຸດົມສົມບູນຂຶ້ນ,ຍັງໄດ້ນຳເອົາຄວາມມ່ວນຊື່ນຮ່ວມກັນມາໃຫ້ຊາວໜຸ່ມທີ່ມີລົດດັດແປງຫຼືປະກອບອາຊີບດັດແປງລົດ.
|