|
 |
(GMT+08:00)
2006-02-21 14:26:15
|
 |
ສະກີໄຕ່ຫິມະທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ປັກກິ່ງ
cri

ຖ້າທ່ານມາຮອດປັກກິ່ງໃນປັດຈຸບັນ,ທ່ານຈະໄດ້ເຫັນວ່າສະກີໄຕ່ຫິມະພວມກາຍເປັນກິລາລາຍໜຶ່ງທີ່ໄທເມືອງປັກກິ່ງມັກຫຼິ້ນທີ່ສຸດໃນຍາມພັກຜ່ອນ.ໃນຍາມພັກລະດູໜາວ,ຢູ່ສະໜາມສະກີຫິມະແຫ່ງຕ່າງໆຂອງປັກກິ່ງລ້ວນແຕ່ມີຜູ່ນິຍົມໄຕ່ຫິມະຢ່າງຫຼວງຫຼາຍ.
ສະໜາມສະກີໂລງເຟີ້ງສ່ານຕັ້ງຢູ່ເຂດເມີນໂທວໂກ່ວຊານເມືອງຕາເວັນຕົກຂອງນະຄອນປັກກິ່ງ,ຫ່າງຈາກເທສະບານປະມານ30ກິໂລແມັດ.ໃນເວລານັກຂ່າວໄປເອົາຂ່າວໃນທ້າຍອາທິດ,ໄດ້ເຫັນວ່າທາງຫຼິ້ນສະກີຊັ້ນຕົ້ນແລະຊັ້ນກາງທີ່ຄ້ອຍສົມຄວນຫ້າຫົກເສັ້ນລ້ວນແຕ່ມີຜູ່ຫຼິ້ນສະກີບໍ່ໜ້ອຍ.ນາງກ່າວຊ້ຽນກໍແມ່ນຜູ່ໜຶ່ງ,ນາງບອກນັກຂ່າວວ່າ, ໃນສອງສາມາປີມານີ້,ຂ້າພະເຈົ້າໄດ້ມາຫຼິ້ນເກືອບທຸກລະດູໜາວ,ເວລາຫຼິ້ນສະກີຮູ້ສຶກຄືພວມບິນຢູ່,ມ່ວນທີ່ສຸດ. ສະໜາມສະກີໂລງເຟີ້ງສ່ານກວມເນື້ອທີ່5ແສນແມັດຕາ,ຍ້ອນວ່າມີທາງຫຼິ້ນສະກີທີ່ດີກວ່າໝູ່ໃນປັກກິ່ງ,ສະນັ້ນຜູ່ນິຍົມຫຼິ້ນສະກີຫຼາຍໆຄົນກໍຮູ້ຈັກ.ທາງຄົດທີ່ໄດ້ອອກແບບຕາມຫຼັກວິທະຍາສາດແລະເນີນທີ່ມີຄວາມຊັນອັນເໝາະສົມ,ໄດ້ຮັບຄວາມນິຍົມຊົມຊອບຈາກຄົນທັງຫຼາຍ.ແຕ່ວ່າ,ຢູ່ປັກກິ່ງ,ສະໜາມສະກີໂລງເຟິ້ງສ່ານພຽງແຕ່ແມ່ນສະໜາມສະກີຂະໜາດກາງທໍ່ນັ້ນ,ເພາະວ່າຍັງມີສະໜາມສະກີໃຫຍ່ກວ່ານີ້ສິບກວ່າແຫ່ງ,ແຕ່ລະແຫ່ງລ້ວນແຕ່ມີລົດສາຍກາບເທິງພູສູງ,ຂົວສາຍໂສ້ເພື່ອລາກຄົນແລະສະໜອງແປ້ນສະກີແລະຊຸດສະກີທີ່ຄຸນນະພາບດີໃຫ້ແຂກທ່ອງທ່ຽວ.ໃນແຕ່ລະສະໜາມສະກີຍັງໄດ້ສ້າງຫໍບໍລິການສັງລວມ,ມີຮ້ານຂາຍເຄື່ອງຫຼິ້ນສະກີ,ຮ້ານຄ້າ,ຫ້ອງພັກຜ່ອນ,ແລະໂຮງຮຽນສະກີເປັນຕົ້ນປະກອບເປັນຊຸດ.ໃນລະດູໜາວ,ສະໜາມສະກີເຫຼົ່ານີ້ນອກຈາກສະໜອງການບໍລິການຫຼິ້ນສະກີໃຫ້ແຂກທ່ອງທ່ຽວແລ້ວ,ຍັງມີລາຍການຕ່າງໆເຊັ່ນລົດຈັກເທິງຫິມະ,ເຊີດຫິມະ,ສວນສະໜຸກສຳລັບເດັກນ້ອຍຫຼິ້ນຫິມະເປັນຕົ້ນ. ໃນເວລາເອົາຂ່າວຢູ່ສະໜາມສະກີໂລງເຟິ້ງສ່ານ,ນັກຂ່າວໄດ້ພົບທ່ານຈ່າງລີ້ຊີ່ນ ປະທານຄະນະຜູ່ອຳນວຍການສະໜາມສະກີ.ທ່ານຈ່າງລີ້ຊີ່ນກໍ່ແມ່ນຜູ່ຊ່ຽວຊານດ້ານການຫຼິ້ນສະກີ.ເຕັກນິກຫຼິ້ນສະກີຂອງທ່ານເກັ່ງສົມຄວນ,ທ່ານທັງຮູ້ແຈ່ງທີ່ສຸດຕໍ່ການເຕີບໂຕຂອງຕະຫຼາດສະກີຂອງປັກກິ່ງ,ທ່ານແນະນຳວ່າ, ແຕ່ປັກກິ່ງໄດ້ສ້າງສະໜາມສະກີແຫ່ງທຳອິດໃນປີ2000ມາ,ຮອດປີ2005,ປັກກິ່ງໄດ້ມີສະໜາມສະກີຂະໜາດໃຫຍ່ສິບກວ່າແຫ່ງແລ້ວ,ຈັງຫວະເຕີບໂຕນີ້ໄວທີ່ສຸດ.ຜູ່ຫຼິ້ນສະກີກໍ່ເພີ່ມຂຶ້ນຢ່າງວ່ອງໄວ.ໃນປີ2000ມີແຕ່ຫຼາຍພັນຄົນ,ຮອດປັດຈຸບັນໄດ້ມີໜຶ່ງລ້ານເທື່ອຄົນຂຂຶ້ນໄປຕໍ່ປີແລ້ວ.ຕະຫຼາດສະກີຂອງປັກກິ່ງໄດ້ຈະເລີນຂຶ້ນນຳຄູ່ປີ. ຢູ່ປັກກິ່ງຫິມະຕົກຕາມທຳມະຊາດບໍ່ຫຼາຍປານໃດ,ເມື່ອຮອດທ້າຍເດືອນພະຈິກທຸກປີ,ສະໜາມສະກີຕ່າງໆກໍ່ໃຊ້ເຄື່ອງຜະລິດຫິມະຜະລິດໂລກຫິມະຂາວກະຈະ.ເສັ້ນທາງທີ່ເນັ່ງໄປຫາສະໜາມສະກີກໍ່ເລີ່ມມີສະພາບລົດຕິດ,ໄທເມືອງທັງຫຼາຍພາກັນມາຮອດສະໜາມສະກີ,ໃສ່ແປ້ນແລ້ວໄຕ່ຢູ່ເທິງຫິມະຂາວກະຈະຢ່າງເສລີ. ເປັນຫຍັງມີຄົນປັກກິ່ງຫຼາຍຄືແນວນີ້ນິຍົມຫຼິ້ນສະກີ?ຜູ່ຊ່ຽວຊານດ້ານວິທະຍາສາດສັງຄົມຜູ່ໜຶ່ງເວົ້າວ່າ,ທັງນີ້ຕົ້ນຕໍແມ່ນຍ້ອນວ່າພາຍຫຼັງລະດັບຊີວິດການເປັນຢູ່ຂອງຄົນປັກກິ່ງສູງຂຶ້ນແລ້ວ,ແຮ່ງສະແຫວງຫາຊີວິດການເປັນຢູ່ທີ່ທັງທັນສະໄໝທັງປອດໃສ.ໃນເມື່ອກ່ອນ,ເມື່ອຮອດລະດູໜາວ,ຍ້ອນອາກາດໜາວຈັດ,ລະດັບຊີວິດການເປັນຢູ່ຂອງຄົນທັງຫຼາຍກຊມີຄວາມຈຳ ກັດ,ໃນເວລາພັກຜ່ອນ,ຫຼາຍຄົນມີແຕ່ຫຼິ້ນໄພ້,ກິນເຫຼົ້າຫຼືຮ້ອງເພງໃນເຮືອນ.ແຕ່ທຽບກັບຫຼິ້ນສະກີກໍ່ຕ່າງກັນຫຫຼາຍ.ສະໜາມສະກີສ່ວນຫຼາຍຕັ້ງຢູ່ເຂດພູ ດອຍ,ສິ່ງແວດລ້ອມດີ,ອາກາດສົດຊື່ນ,ຫຼິ້ນກິລາສະກີຢູ່ສະຖານທີ່ທີ່ມີອາກາດສົດຊື່ນມີຜົນດີຫຼາຍທີ່ສຸດຕໍ່ຮ່າງກາຍຂອງຄົນເຮົາແລະກໍເໝາະສຳລັບການຢ່ອນອາລົມ.ຄ່າໃຊ້ຈ່າຍຂອງຄົນປັກກິ່ງໃນການຫຼິ້ນລື້ນເລີງນັບມື້ນັບເພີ່ມຂຶ້ນ,ສະນັ້ນ,ພໍສະໜາມສະກີປະກົດຕົວຢູ່ປັກກິ່ງ,ກໍ່ໄດ້ດຶງດູດຫຼາຍຄົນ. ເພື່ອອຳນວຍຄວາມສະດວກໃຫ້ຄົນທັງຫຼາຍໄປຫຼິ້ນສະກີ,ປັດຈຸບັນ,ຢູ່ຊານເມືອງໃກ້ເທສະບານແລະພາຍໃນເທສະບານນະຄອນປັກກິ່ງຍັງໄດ້ສ້າງສະໜາມສະກີຂະໜາດນ້ອຍຈຳນວນໜຶ່ງ,ຜູ່ທີ່ບໍ່ມີເວລາໄປຫຼິ້ນສະກີຢູ່ຊານເມືອງໄກກໍ່ສາມາດແກ້ແງ້ນພາຍໃນເທສະບານ. ສະໜາມສະກີຢາບູລົວນີຂອງສວນສາທາລະນະຊາວຢາງຂອງປັກກິ່ງກໍແມ່ນສະໜາມສະກີຂະໜາດນ້ອຍທີ່ຕັ້ງຢູ່ໃນເທສະບານ,ແຫ່ງນີ້ໄດ້ສະໜອງສະຖານທີ່ຮໍ່າຮຽນ,ຫຼິ້ນມ່ວນຊື່ນແລະເຝິກແອບໃນຕະຫຼາດ24ຊົ່ວໂມງໃຫ້ແກ່ນັກທ່ອງທ່ຽວທີ່ນິຍົມຫຼິ້ນສະກີ.ເຖິງວ່າສະໜາມສະກີດັ່ງກ່າວກວມເນື້ອທີ່ພຽງແຕ່ຫຼາຍໝື່ນແມັດຕາເທົ່ານັ້ນ,ແຕ່ໄດ້ຮັບຄວາມນິຍົມຊົນຊອບຈາກຜູ່ນິຍົມແລະຜູ່ຫາກໍ່ຮຽນຫຼິ້ນສະກີ. ຢູ່ສະໜາມສະກີຢາບູລົວນີ,ນັກຂ່າວໄດ້ພົບນາງຫຼີທ່າວທີ່ຫາກໍ່ຮຽນຫຼິ້ນສະກີດ້ວຍຄວາມປຶ້ນປິຕິ,ນາງໄດ້ຫຼິ້ນສະກີແຕ່ຕອນເຊົ້າຮອດຕອນບ່າຍແລ້ວ. ເທື່ອນີ້ແມ່ນເທື່ອທຳອິດ,ມານຳກັນກັບໝູ່,ພວກເຂົາເຈົ້າລ້ວນແຕ່ມັກຫຼິ້ນສະກີ.ເພາະວ່າຫຼິ້ນເທື່ອທຳອິດ,ຕອນເຊົ້າໄດ້ລົ້ມຫຼາຍເທື່ອ,ຮອດຕອນບ່າຍກໍ່ໄຄແດ່ແລ້ວ. ຍ້ອນວ່າຢູ່ປັກກິ່ງສະກີຍັງແມ່ນກິລາທີ່ຈະເລີນໃໝ່,ສະນັ້ນຜູ່ທີ່ຫາກໍ່ຮຽນຄືນນາງຫຼີທ່າວກໍມີຫຼາຍທີ່ສຸດ.ຕໍ່ເລື່ອງນີ້,ຢູ່ສະໜາມສະກີທຸກແຫ່ງລ້ວນແຕ່ມີຄູເຝິກຊັ້ນຕົນທີ່ມີວິຊາສະເພາະຢ່າງຫຼວງຫຼາຍ.ທ່ານຈ່ຽງຕົ່ງເອີ່ນໄດ້ເຮັດວຽກເປັນຄູເຝິກຢູ່ສະໜາມສະກີແຫ່ງໜຶ່ງສອງປີແລ້ວ,ຮັບຜິດຊອບສອນຄວາມຮູ້ຫຼິ້ນສະກີພື້ນຖານທີ່ສຸດໃຫ້ຜູ່ຫາກໍຮຽນ.ທ່ານບອກນັກຂ່າວວ່າ,ຍ້ອນເດີ່ນຫິມະມື່ນຫຼາຍ,ການໄຕ່ຫິມະກໍໄວສົມຄວນ,ສະນັ້ນບາງເທື່ອຈະປະກົດມີກໍລະນີຜູ່ຫາກໍ່ຮຽນບາງຄົນຖືກບາດເຈັບໜ້ອຍໜຶ່ງ. ປັດຈຸບັນ,ຜູ້ຫາກໍຮຽນຂ້ອນຂ້າງຫຼາຍ,ໃນເວລາຊາງຄົນໃສ່ເກີບສະກີນັ້ນຮູ້ສຶກວ່າບໍເໝາະກັບຕີນຂອງຕົນ,ເພາະວ່າເກີບສະກີແຂງຫຼາຍ,ບໍ່ອ່ອນຄືເກີບທຳມະດາ,ສະນັ້ນບາງເທື່ອກໍ່ລົ້ມງ່າຍ,ບາງເທື່ອຍັງຈະພາໃຫ້ບາດເຈັບ. ປັດຈຸບັນ,ຢູ່ປັກກິ່ງ,ຜູ່ມັກຫຼິ້ນສະກີສ່ວນຫຼາຍແມ່ນຊາວໜຸ່ມ.ທ່ານຈ່ຽງຕົ່ງເອີ່ນເວົ້າວ່າ,ຜູ່ຫຼິ້ນສະກີທີ່ເຄີຍຖືກບາດເຈັບເບົາບໍ່ໄດ້ລົດຄວາມຈຸບຈ້າວຫ້າວຫັນຕໍ່ການຫຼິ້ນສະກີໃຫ້ໜ້ອຍລົງ,ຫຼາຍຄົນໄດ້ເຝິກແອບແລ້ວມີເຕັກນິກຫຼິ້ນສະກີດີພໍສົມຄວນ.ທ່ານຍັງເວົ້າວ່າ,ເມື່ອເບິ່ງຈາກທ່ວງທ່າດ້ານການຫຼິ້ນສະກີໃນປັດຈຸບັນແລ້ວເຫັນວ່າ,ຄົນປັກກິ່ງທີ່ມັກຫຼິ້ນສະກີຈະນັບມື້ນັບຫຼາຍ,ຄາດວ່າປີໜ້າຜູ້ໄປຫຼິ້ນສະກີຈະຫຼາຍຍິ່ງຂຶ້ນ.
|
|
|